ລາວຍັງຕ້ອງການ ໝໍຊ່ວຍອອກລູກ

ສປປລາວ ຈໍາເປັນຕ້ອງ ມີ ນາງປະດຸງຄັນ ຫລາຍຂື້ນຕື່ມ ເພື່ອຫລຸດຜ່ອນ ອັດຕຣາ ການຕາຍ ຂອງ ຜູ້ເປັນແມ່ ຍາມອອກລູກ.
ມະນີຈັນ
2012.09.18

ສປປລາວ ຈະບໍ່ບັນລຸເປົ້າໝາຍ ສະຫັດສວັດ ຂອງ ສະຫະປະຊາຊາດ ໃນການຫລຸດຜ່ອນ ອັຕຣາການຕາຍ ຂອງຜູ້ເປັນແມ່ ລົງໄດ້ໃນປີ 2015 ຫາກບໍ່ມີ ນາງປະດຸງຄັນ ເພີ່ມຂຶ້ນ ແລະ ຫາກຍັງບໍ່ໄດ້ຮັບ ບໍຣິການ ດ້ານສຸຂພາບ ທີ່ດີຂຶ້ນ.

ມາດາມ Sally Sakukhu ຈາກອົງການກອງທຶນ ສະຫະປະຊາຊາດ ເພື່ອປະຊາກອນ ຂແນງສຸຂພາບ ແມ່ແລະເດັກ UNFPA ກ່າວຕໍ່ໜັງສືພິມ Vientiane Times ຂອງ ທາງການລາວ ເມື່ອໄວໆມານີ້ວ່າ ລາວເປັນປະເທດນຶ່ງ ທີ່ມີອັຕຣາ ການຕາຍຂອງແມ່ ສູງທີ່ສຸດໃນເອເຊັຽ ຕາເວັນອອກ ສ່ຽງໃຕ້.

ຢູ່ລາວ ໃນປີ 2005 ມີແມ່ຍິງເສັຽຊີວິດ ຕອນອອກລູກ ມີ 450 ຄົນ ຕໍ່ 1 ແສນຄົນ ຊຶ່ງທາງ ຣັຖບານລາວ ຢາກໃຫ້ຫລຸດລົງມາ 260 ຄົນ ຕໍ່ 1 ແສນຄົນ ໃນປີ 2015. ຂໍ້ມູນລ້າສຸດ ແຈ້ງວ່າ ການຕາຍນັ້ນ ຍັງຢູ່ 300 ຄົນ ຕໍ່ 1 ແສນຄົນ ຊຶ່ງເຮັດໃຫ້ ທາງການລາວ ເປັນຫ່ວງວ່າ ຈະບໍ່ສາມາດ ບັນລຸເປົ້າໝາຍ ສະຫັດສວັດໄດ້ ພາຍໃນອີກ 3 ປີຂ້າງໜ້າ.

ມາດາມ Sakukhu ວ່າ ສປປລາວ ບໍ່ມີ ນາງປະດຸງຄັນ ພຽງພໍ ເພື່ອຊ່ວຍເອົາລູກອອກ ໃນເຂດຊົນນະບົດ ຫ່າງໄກ ຊຶ່ງເປັນເຂດທີ່ ແມ່ຍິງ ເສັຽຊີວິດ 5 ເປີເຊັນ ຂອງຈໍານວນ ທີ່ຕາຍ ຕອນອອກລູກ.

ອີກບັນຫານຶ່ງ ຢູ່ ສປປລາວ ກໍຄື ນາງປະດຸງຄັນ ສ່ວນຫລາຍບໍ່ໄດ້ຜ່ານ ການຝຶກອົບຮົມ ທີ່ໄດ້ມາຕຖານ ແລະ ບໍ່ມີຄວາມຮູ້ ພຽງພໍ ໃນການ ຊ່ວຍເອົາລູກອອກ. ຕາມຂໍ້ມູນຂອງ UNFPA ຢູ່ສປປລາວ ແຕ່ລະມື້ ມີແມ່ຍິງກວ່າ 2 ຄົນ ເສັຽຊີວິດ ຍ້ອນການອອກລູກ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.