ແມ່ຄ້າ ບໍ່ສາມາດ ຈ່າຍຄ່າເຊົ່າ ຊັອບປິ໋ງມອລ ຫລັງໃໝ່

ຜູ້ຄ້າຂາຍ ໃນຕລາດເຊົ້າເກົ່າ ຍັງບໍ່ສາມາດຍ້າຍ ໄປຂາຍຢູ່ຕຶກຫລັງໃໝ່ ຍ້ອນເງິນບໍ່ພຽງພໍ ຄ່າເຊົ່າ ແລະ ຢ້ານຂາດທຶນ ຖ້າຫາກ ຍ້າຍເຂົ້າໄປ ຂາຍເຄື່ອງໃນ ຊັອບປິ໋ງມອລ.
ສົມເນ
2012.10.16
F-protest-morning-market ພວກພໍ່ຄ້າ ແມ່ຄ້າ ໄດ້ຮວມໂຕກັນ ປະທ້ວງ ທີ່ອາຄານ ຕລາດເຊົ້າຫລັງໃຫມ່ ເພື່ອຮຽກຮ້ອງ ຄວາມເປັນທັມ.
RFA/Lanxang

ບັນຫາ ການຍ້າຍ ຜູ້ຄ້າຂາຍ ໃນຕລາດເຊົ້າ ຫລັງເກົ່າ ເພື່ອໄປຢູ່ຕລາດ ຫລັງໃໝ່ ເທົ່າປານນີ້ ບໍ່ທັນສາມາດດໍາເນີນ ໄດ້ໝົດເທື່ອ ຍ້ອນວ່າ ຜູ້ຄ້າຂາຍ ຈໍານວນນຶ່ງ ບໍ່ສາມາດຍ້າຍໄປໄດ້ ເພາະບໍ່ມີເງິນ ພຽງພໍ ສໍາລັບຄ່າເຊົ່າ ແລະ ຢ້ານວ່າ ຖ້າຍ້າຍ ໄປແລ້ວ ຂາຍຂອງ ບໍ່ດີ ກໍຈະຫລຸບທຶນ ແລະ ຈະເປັນ ການລົງທຶນຖິ້ມຊື່ໆ ດັ່ງແມ່ຄ້າ ຄົນນຶ່ງ ໄດ້ກ່າວ.

”ຂະເຈົ້າ ກໍາລັງຂົນຂວາຍ ເຊີນຊວນ ຄົນທີ່ຢູ່ຕລາດເກົ່າ ໃຫ້ຂຶ້ນເຂົ້າໄປເຊົ່າຢູ່ໃນ ຊັອບປິງມອລ 2 ຢູ່ດຽວນີ້ ແຕ່ວ່າ ທັງນີ້ ແລະ ທັງນັ້ນ ກໍຍ້ອນວ່າ ຂະເຈົ້າ ຍັງບໍ່ສາມາດ ລະດົມທຶນ ກໍຄືບໍ່ມີທືນ
ພຽງພໍ ໃນການທີ່ຈະໄປເຊົ່າ ພື້ນທີ່ມອລ 2 ໄດ້ເທື່ອ ໂຕນີ້ ຕິດຄ້າງ ຢູ່ກໍສິແມ່ນ ເຣື້ອງເງິນທຶນ ຂອງຜູ້ຄ້າ ທີ່ຈະໄປເຊົ່າ ພື້ນທີີ່ໃໝ່ ກໍຍັງເປັນບັນຫາກັນຢູ່”

ລາວເວົ້າວ່າ ຫ້ອງຢູ່ໃນ ຕຶກຫລັງໃໝ່ນັ້ນ ສ່ວນຫລາຍ ຈະເປັນຫ້ອງ ທີ່ຄົນອື່ນ ເຂົາຊື້ໄວ້ ຊື່ໆ ເພື່ອໃຫ້ຜູ້ ທີ່ສົນໃຈ ຈະມາຂາຍເຄື່ອງຂອງ ເຊົ່າຕໍ່. ຜູ້ຄ້າຂາຍ ໃນຕລາດຫລັງເກົ່າ ເວົ້າວ່າ ຄົນລາວເຮົາ ບໍ່ຄ່ອຍມັກຍ່າງເລາະ ຊື້ເຄື່ອງຂອງ ຕາມຊັອບປິງມອລ ພໍປານໃດ ນັກທ່ອງທ່ຽວ ກໍບໍ່ມີຫລາຍ ຂະເຈົ້າ ເຫັນວ່າ ຍ້າຍໄປຂາຍບ່ອນໃໝ່ ຄ່າເຊົ່າກໍແພງ ຄົງບໍ່ຄຸ້ມຄ່າ. ເທົ່າທຸກມື້ນີ້ ພວກຄ້າຂາຍ ໃນຕລາດ ຫລັງເກົ່າ ກໍຍັງຂາຍ ຕໍ່ໄປ ແລະ ທາງການນະຄອນຫລວງວຽງຈັນ ກໍບໍ່ໄດ້ປະກາດແຈ້ງ ໃຫ້ຄົນຍ້າຍເທື່ອ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.