ຕລາດເຊົ້າ ມໍ 2 ຕ້ອງລໍຖ້າ
2012.11.15

ຈາກບັນຫາ ທີ່ພໍ່ຄ້າແມ່ຄ້າ ບໍ່ຍອມ ຍ້າຍອອກຈາກ ຕລາດເຊົ້າ ຫລັງເກົ່າ ຍ້ອນຕົກລົງ ກັນບໍ່ໄດ້ ຈື່ງເຮັດໃຫ້ ການກໍ່ສ້າງ ຫ້າງ ສັພສິນຄ້າ ຫລັງທີສອງ ຍັງບໍ່ທັນ ແລ້ວເທື່ອ ເພາະໂຄງການ ສ້າງຕຶກ ສັພສິນຄ້າ ຫລັງທີສອງ ແມ່ນຕ້ອງການ ຢາກເອົາຕຶກ ສອງຫລັງ ມາຈອດກັນ ເພື່ອສ້າງເປັນ ບ່ອນຈອດຣົຖ. ດ່ັງເຈົ້າຫນ້າທີ່ ຝ່າຍ ປະສານງານ ຕລາດເຊົ້າ ທ່ານນື່ງ ເປີດເຜີຍວ່າ:
"ຄືຊັ້ນ ທີ່ເຫລືອ ມັນມີບັນຫາ ຫນ້ອຍນື່ງ ເພາະວ່າ ມັນຕ້ອງໄດ້ ຮື້ຄົນ ທີ່ຢູ່ບ່ອນ ຕຶກເກົ່າອອກ ເພື່ອຈະເຮັດ ເປັນບ່ອນ ຈອດຣົຖ ແລະ ຈະເຊື່ອມຕໍ່ ຈາກຕຶກເກົ່າ ກັບຕຶກໃຫມ່ ຈະເຊື່ອມ ເຂົ້າກັນ ຊັ້່ນເທີງ ຄືຊັ້ນສີ່ ຊັ້ນ 5 ຈະເຮັດເປັນ ບ່ອນຈອດຣົຖ".
ນາງກ່າວ ຕໍ່ໄປວ່າ ສາເຫດທີ່ຍັງ ມີພໍ່ຄ້າແມ່ຄ້າ ບໍ່ຍອມຍ້າຍອອກ ຈາກຕຶກເກົ່າ ເນື່ອງຈາກ ຂະເຈົ້າ ຍັງມີສັນຍາ ກັບຕຶກເກົ່າ ແລະ ຕ້ອງໄດ້ຢູ່ ໃຫ້ຄົບຕາມ ທີ່ໄດ້ ຈ່າຍເງິນໄປແລ້ວ ຊື່ງຖ້າ ຫ້າງ ສັພສິນຄ້າ ຫລັງທີສອງ ຕ້ອງການ ຢາກໃຫ້ຍ້າຍອອກ ກໍຕ້ອງໄດ້ ຈ່າຍຄ່າຊົດເຊີຍ ໃຫ້ຫລືບໍ່ ກໍໃຫ້ຍ້າຍ ໄປຢູ່ຕຶກໃຫມ່ ແລະ ຈ່າຍຄ່າເຊົ່າ ເພີ້ມຂື້ນ ຊື່ງທັງສອງ ວິທີນີ້ ຍັງຕົກລົງກັນ ບໍ່ໄດ້ ເນື່ອງຈາກ ບໍ່ມີຝ່າຍໃດ ຍອມເສັຽ ຜົລປະໂຫຍດ. ມີຊາວ ນະຄອນຫລວງ ວຽງຈັນ ອີກຄົນນື່ງ ກໍໄດ້ອອກ ຄວາມຄິດເຫັນ ໃນບັນຫາ ນີ້ວ່າ:
"ມັນບໍ່ແມ່ນ ຕໍ່ເນື່ອງ ມັນເວົ້າເຣື້່ອງ ການຕົກລົງ ຜົລປະໂຫຍດ ມັນຊີ່ ລົງກັນບໍ ມັນຊີ່ອອກ ມາແນວໃດ ຜູ້ລົງທືນ ກໍຢາກໄດ້ ກຳໄຣຫລາຍ ວ່າຢ່າງນັ້ນ ມັນກໍຕ່າງຝ່າຍ ຕ່າງມີ ຜົລປະໂຫຍດ ມັນຈື່ງເຮັດ ນຳກັນໄດ້".
ຫ້າງສັພສິນຄ້າ 2 ຕລາດເຊົ້ານີ້ ແມ່ນນັກລົງທືນ ສິງກະໂປ ໄດ້ຮັບ ສຳປະທານ ເປັນເວລາ 40 ປີ ໂດຍເກັບຄ່າເຊົ່າ ຫລື ຄ່າຊື້ຮ້ານ ຣະຫວ່າງ 1-5 ແສນ ໂດລາ ຕໍ່ຫ້ອງ ຜູ້ຊື້ມີສິດ ໃຊ້ຫ້ອງ 40 ປີ ແລະ ຫລັງຈາກ ນັກລົງທຶນ ຫມົດສັນຍາ ຕຶກນັ້ນ ກໍຈະມອບໃຫ້ ຣັຖບານ ແລະ ເຈົ້າຂອງຮ້ານ ຕ້ອງໄດ້ເຊົ່າ ຕໍ່ຈາກ ຣັຖບານ.