ຕລາດປັບປຸງໃໝ່ ຄ່າເຊົ່າແພງ

ເຈົ້າຂອງ ຮ້ານຄ້າ ຕ້ອງປະເຊີນ ກັບ ຄ່າເຊົ່າແພງ ໃນການ ປັບປຸງໃໝ່ ຂອງ ຕລາດ ລະນາມ ແຂວງເຊກອງ.
ສິດນີ
2012.09.28

ເຈົ້າຫນ້າທີ່ ຫ້ອງການ ປົກຄອງ ເມືອງເຊກອງ ເວົ້າວ່າ ການປັບປຸງ ຕລາດ ເມືອງລະນາມ ທີ່ ແຂວງເຊກອງ ເຮັດໃຫ້ ພໍ່ຄ້າແມ່ຄ້າ ຈໍາຕ້ອງໄດ້ ຈ່າຍຄ່າເຊົ່າ ແພງຂື້ນ ແຕ່ກີ້ ເຄີຍຈ່າຍ ປະມານ 170-180 ບາດ ຕໍ່ນື່ງໂຕະ ອາດຈະເພີ້ມຂື້ນ ເປັນໂຕະລະ 300 ກວ່າບາດ ແຕ່ກໍ່ຍັງມີ ພໍ່ຄ້າແມ່ຄ້າ ໃຫມ່ ເຂົ້າມາຈັບຈອງ ຫລາຍຢູ່. ທ່ານກ່າວວ່າ:

"ກໍຫລາຍຈາກອັນເກົ່າ ປະມານ 170-180 ນີ້ແຫລະ ດຽວນີ້ ມັນ 300 ກວ່າ ຖ້າຈະມາຕັ້ງ ມັນບໍ່ພໍ ສ່ວນຫລາຍຄົນ ບ້ານນອກ ຈະມາຈອງໂຕະ ຄົນຈອງຫລາຍ ມັນບໍ່ພໍ ອາດຊີ່ເຮັດ ໃຫມ່ເພີ້ມ".

ທ່ານເວົ້າຕໍ່ໄປວ່າ ມູນຄ່າຂອງການ ປັບປຸງຕລາດໃຫມ່ ຕົກຢູ່ປະມານ 600 ລ້ານ ກວ່າກີບ ຕລາດຈະກ້ວາງ ກວ່າເກົ່າ ດ້ວຍການປັບປຸງ ຫລັງຄາ 3 ດ້ານ ແລະ ປ່ຽນໂຕະ ຂາຍໃຫມ່ ໃຫ້ເປັນໂຕະຫີນ ປະມານ 207 ໂຕະ. ການປັບປຸງຕລາດ ທີ່ເມືອງ ລະນາມ ເທື່ອນີ້ ກໍເພື່ອຮອງຮັບ ຜູ້ທີ່ຈະມາໃຊ້ຈ່າຍ ໃນງານມະຫາກັມກິລາ ພື້ນເມືອງ ຄັ້ງທີ 8 ທີ່ແຂວງເຊກອງ ຈະເປັນເຈົ້າພາບ.

ເຖິງຢ່າງໃດ ກໍຕາມ ໃນເວລານີ້ ກຳລັງຢູ່ໃນຊ່ວງ ການດຳເນີນງານ ອາດເຮັດໃຫ້ ບັນດາພໍ່ຄ້່າ ແມ່ຄ້າ ມີຄວາມອຶດອັດ ໃນການຄ້າຂາຍ ໃນພື້ນທີ່ ບາງສ່ວນ:

"ໂຕເກົ່າສ່ວນຫລາຍ ມັນບໍ່ມີ ຣະບຽບນະ ຈະຕ້ອງເຮັດໃຫມ່ຂາຍ ແຕ່ວ່າຍົກ ຂ້າງລຸ່ມອອກ ໃຫ້ເຂົາຫລີກ ເວລາກໍ່ສ້າງ ໃນເຂົາຫຍັບ ຂ້າງລຸ່ມນ້ອຍນື່ງ".

ເມືອງລະນາມ ເປັນເມືອງທີ່ທຸກຍາກ ເມືອງນື່ງ ໃນແຂວງເຊກອງ ປະຊາຊົນ ສ່ວນໃຫຍ່ ເປັນຊົນເຜົ່າ ລາວເທີງ. ການປັບປຸງຕລາດ ແມ່ນເລີ້ມມາແຕ່ ວັນທີ 1 ສິງຫາ ແລະ ຄາດວ່າຈະແລ້ວ ໃນເດືອນ ຕຸລາ ປີນີ້ ໃນອະນາຄົດ ກຸ່ມນັກລົງທືນ ອາດເພີ້ມຈໍານວນໂຕະ ໃຫ້ຫລາຍຂື້ນ ແລະ ຂຍາຍພື້ນທີ່ ເພີ້ມຂື້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.