ເຂື່ອນເຊສານ 2 ພາກລຸ່ມ ເສັຽຫຼາຍກວ່າໄດ້
2012.08.31

ໃນຂນະທີ່ ກຸ່ມຕໍ່ສູ້ ເພື່ອສິດທິມະນຸສ ຕໍ່ຕ້ານໂຄງການ ສ້າງເຂື່ອນເຊສານ 2 ພາກລຸ່ມ ທີ່ ແຂວງ ມົນດຸນຄີຣີ ເວົ້າວ່າເປັນເຂື່ອນ ທີ່ມີການສຳຣວດ ຢ່າງຄົບຖ້ວນ ແລະ ອົງການ ແມ່ນ້ຳສາກົນ ກໍໄດ້ຕ້ານ ໂຄງການດັ່ງກ່າວ ໃນປະເດັນອື່ນ ເຊັ່ນວ່າພື້ນທີ່ ຕອນລຸ່ມ ຂອງແມ່ນ້ຳເຊສານ ບໍ່ເຫມາະສົມ ຕໍ່ການສ້າງເຂື່ອນ ໃນເບື້ອງຕົ້ນ.
ອິງຕາມ ບົດລາຍງານ ທີ່ເກັບກຳຂໍ້ມູນ ມາຈາກ ທະນາຄານ ພັທນາເອເຊັຽ ການປະເມີນ ຜົລກະທົບ ຕໍ່ສິ່ງແວດລ້ອມ ແລະ ສື່ມວນຊົນ ແຈ້ງວ່າ: ທ້ອງຖີ່ນພື້ນທີ່ ພາກລຸ່ມ ຂອງ ແມ່ນ້ຳເຊສານ ບໍ່ເຫມາະສົມ ໃນໂຄງການ ສ້າງເຂື່ອນ ມາແຕ່ຕົ້ນ ຈາກທິສດີກົລໄກ ທາງດ້ານ ວິສວະກັມສາດ ແລະ ເຂື່ອນດັ່ງກ່າວ ໄດ້ຖືກຈັດ ເຂົ້າໃນຣະດັບ ເຂື່ອນ ທີ່ຂາດປະສິດທິພາບ ຫລາຍທີ່ສຸດ ໃນປະຣິມານ ການຜລິດໄຟຟ້າ ທີ່ມີຕໍ່ຄວາມເສັຽຫາຍ ພື້ນທີ່ ຈາກນ້ຳຖ້ວມ.
ລາຍງານແຈ້ງວ່າ ຖ້າໂຄງການ ເຂື່ອນດ່ັງກ່າວ ສາມາດຜລິດ ກະແສໄຟຟ້າໄດ້ ຫລາຍກວ່າ 10 ເມກາວັດ ຕໍ່ນື່ງແມັດມົນທົນ ຂອງອ່າງເກັບນ້ຳ ສະແດງວ່າ ດີຫລາຍ ແຕ່ຖ້າ ຜລິດໄດ້ຣະຫວ່າງ 5-10 ເມກາວັດ ຕໍ່ນື່ງແມັດມົນທົນ ຂອງອ່າງເກັບນ້ຳ ກໍຖືວ່າດີປານກາງ ແຕ່ຖ້າຜລິດໄດ້ຕ່ຳກວ່າ 5 ເມກາວັດ ຕໍ່ນື່ງແມັດມົນທົນ ຂອງອ່າງເກັບນ້ຳ ໂຄງການດ່ັງກ່າວ ບໍ່ຄຸ້ມຄ່າ ໃນການສ້າງ ແຕ່ເຂື່ອນດັ່ງກ່າວ ສາມາດຜລິດ ກະແສໄຟຟ້າ ໄດ້ພຽງແຕ່ 1.1 ເມກາວັດ ຕໍ່ນື່ງແມັດມົນທົນ ຂອງອ່າງເກັບນໍ້າ ເທົ່ານັ້ນ.
ສະມາຊິກ ສະພາຈາກພັກ ແຊມຣັງສີ ທ່ານນື່ງ ໄດ້ປະນາມ ຣັຖບານ ໃນການສ້າງເຂື່ອນ ດັ່ງກ່າວ ໃນອາທິດນີ້.