ເຂື່ອນນໍ້າງື່ມ 5 ເປີດໃຊ້ແລ້ວ
2012.12.12

ເຂື່ອນຜລິດ ໄຟຟ້າ ນໍ້າງື່ມ 5 ໄດ້ມີບັນທຶກ ຄວາມເຂົ້າໃຈ MOU ກ່ຽວກັບ ການສຶກສາ ສໍາຣວດ ເຖິງຄວາມ ເປັນໄປໄດ້ ກ່ຽວກັບ ຜົນໄດ້ຜົນເສັຽ ຈາກເຂື່ອນນັ້ນ ເມື່ອປີ 2004 ແລະໄດ້ເລີ່ມ ກໍ່ສ້າງເມື່ອປີ 2007 ເປັນຕົ້ນມາ. ຕາມຄໍາເວົ້າ ຂອງເຈົ້າໜ້າທີ່ ກະຊວງພະລັງງານ ແລະບໍ່ແຮ່:
"ທາງດ້ານ ນິຕິກັມ ເອກກະສານ ຕ່າງໆ ເຮັດແລ້ວ ເພາະມັນມີ ຊາຍແດນຕິດກັບ ຫລວງພຣະບາງ ເດ້ເນາະ ເຂື່ອນນໍ້າງື່ມ 5 ຊາຍແດນ ຕິດກັບເມືອງພູຄູນ".
ເຂື່ອນນໍ້າງື່ມ 5 ຕັ້ງຢູ່ ແມ່ນໍ້າຕິ່ງ ໃນເຂດ ເມືອງພູຄູນ ແຂວງ ຫລວງພຣະບາງ ຫ່າງຈາກ ນະຄອນຫລວງ ວຽງຈັນ ໄປຖນົນເລກ 13 ເໜືອ 300 ຫລັກ ມີກໍາລັງ ການຜລິດ 120 ເມັກກາວັດ ບໍຣິສັດ Chino-Hydro ຂອງຈີນ ຖືຮຸ້ນ 85 ເປີເຊັນ ຣັຖວິສາຫະກິດ ໄຟຟ້າລາວ ຖືຫຸ້ນ 15 ເປີເຊັນ ມີອາຍຸ ສໍາປະທານ 25 ປີ ແລະ ມີເປົ້າໝາຍ ຜລິດໄຟຟ້າ ເພື່ອໃຊ້ໃນ ປະເທດລາວ ເອງ.
ການກໍ່ສ້າງ ເຂື່ອນນໍ້າງື່ມ 5 ຊຶ່ງຣັຖບານລາວ ມີຄວາມຍິນດີ ນໍາຫລາຍນັ້ນ ທາງອົງການ ແມ່ນໍ້າສາກົນ ເຄີຍສະແດງ ຄວາມກັງວົນ ເຣື່ອງຜົນກະທົບ ທີ່ອາດຈະເກີດຂຶ້ນ ເນື່ອງຈາກການ ສຶກສາ ໄດ້ພົບວ່າ ເຂື່ອນນີ້ອາດຈະ ມີຜົນກະທົບ ຕໍ່ການເຄື່ອນຍ້າຍ ຂອງຝຸງປາ ຈາກນໍ້າງື່ມ ຕອນລຸ່ມ ຂຶ້ນໄປເໜືອ ຊຶ່ງຊາວຫາປາ ຈະໄດ້ຮັບຄວາມ ເດືອນຮ້ອນ ໂດຍກົງ. ພ້ອມກັນນັ້ນ ອົງການ ແມ່ນໍ້າສາກົນ ກໍຍັງວິຕົກ ກັງວົນວ່າ ເຂື່ອນແຫ່ງນີ້ ອາດຈະເຮັດໃຫ້ ເກີດການປ່ຽນແປງ ຂອງຣະດັບນໍ້າ ຂຶ້ນລົງ ແບບຜິດ ປົກກະຕິ ທີ່ຈະສົ່ງຜົນ ກະທົບ ໃສ່ຊີວິດ ການເປັນຢູ່ ຂອງ ປະຊາຊົນ ນໍາດ້ວຍ.