ທາງການຈາກລຸ່ມນໍ້າຂອງ ພົບພໍ້ເສີມສ້າງຮ່ວມມື
2012.05.25
ເຈົ້າໜ້າທີ່ ຣະດັບສູງ ກະຊວງ ການຕ່າງປະເທດ ຂອງ ປະເທດ ພູມີພາກ ລຸ່ມ ແມ່ນໍ້າຂອງ ກັບ ເຈົ້າໜ້າທີ່ ຣະດັບສູງ ສະຫະຣັຖ ພົບພໍ້ກັນ ຢູ່ກໍາພູຊາ ໃນວັນສຸກນີ້ ເພື່ອສົນທະນາ ສົ່ງເສີມ ຮ່ວມມື ດ້ານການສຶກສາ ສິ່ງແວດລ້ອມ ສາທາຣະນະສຸຂ ແລະ ການພັທນາ ໂຄງຮ່າງພື້ນຖານ.
ກອງປະຊຸມ ໂຄງການລິເລີ້ມ ພູມີພາກ ລຸ່ມ ແມ່ນໍ້າຂອງ Lower Mekong Initiative ຫລື LMI ໄດ້ຮ່ວມເປັນ ປະທານ ໂດຍ ຮອງຣັຖມົນຕຣີ ກະຊວງ ການຕ່າງປະເທດ ກໍາພູຊາ ຍານາງ Tuot Panha ແລະ ຣັຖມົນຕີຣຊ່ວຍ ກະຊວງ ການຕ່າງປະເທດ ສະຫະຣັຖ ກິຈກັມ ເອເຊັຍປາຊີຝິກ ທ່ານ Kurt Campbell.
ໃນກອງປະຊຸມ ດັ່ງກ່າວ ຍັງມີ ທ່ານ Nguyen Quoc Dung ເອກອະທິບໍດີ ກະຊວງເສຖກິດ ວຽດນາມ ທ່ານ ທອງປານ ສວັນເພັດ ເອກອະທິບໍດີ ກະຊວງ ເສຖກິດລາວ ແລະ ທ່ານ ນົບພົນ ອາຈະຣິຍະວານິສ ຮອງເອກອະທິບໍດີ ກະຊວງກິຈການ ອາຊຽນ ຂອງໄທ ເຂົ້າຮ່ວມ. ພະມ້າໄດ້ເຂົ້າຮ່ວມ ກອງປະຊຸມ ເປັນເທື່ອທໍາອິດ ໃນຖານະ ຜູ້ສັງເກດການ ໂດຍມີທ່ານ San Lwin ຮອງ ເອກອະທິບໍດີ ກະຊວງການເມືອງ ເປັນຜູ້ຕາງໜ້າ.
ໃນກອງປະຊຸມ ນາງ Tuot Panha ກ່າວວ່າ ໂຄງການລິເລີ້ມ ພູມີພາກ ລຸ່ມ ແມ່ນໍ້າຂອງ ໄດ້ເລີ້ມຂຶ້ນ ເມື່ອເດືອນ ກໍຣະກະດາ 2009 ໂດຍມີ ຣັຖມົນຕີຣ ກະຊວງ ການຕ່າງປະເທດ ສະຫະຣັຖ ຍານາງ Hillary Clinton ແລະ ຣັຖມົນຕີຣ ກະຊວງ ການຕ່າງປະເທດ ກໍາພູຊາ ລາວ ໄທ ແລະ ວຽດນາມ ເຂົ້າຮ່ວມ.