ຊາວຈີນອັ່ງອໍຄ້າຂາຍ ໃນຫຼວງພຣະບາງ
2012.10.05

ປັຈຈຸບັນ ມີຊາວຈີນ ເດີນທາງ ຢ່າງເປັນຂະບວນ ເຂົ້າມາທ່ອງທ່ຽວ ແລ້ວເຮັດ ທຳມາຄ້າຂາຍ ໃນຕົວເມືອງ ຫລວງພຣະບາງ ຫລາຍຂຶ້ນນໍາທຸກມື້ ຢ່າງໜ້າວິຕົກ ເປັນຫ່ວງ. ດັ່ງພົລເມືອງ ທ່ານໜຶ່ງ ທີ່ບໍ່ປະສົງ ອອກຊື່ກ່າວວ່າ:
“ໂອ໊! ເຂົາເອົາຣົຖມາເປັນ ຈົນຫົນທາງນີ້ ມັນເຕັມແຕ່ຣົຖ ເຂົາແຫລະ ມີແຕ່ຣົຖເຂົາກໍ໊ ເຂົາເອົາຣົຖ ເຂົ້າມາເອງໝົດ ເຂົາມາ ທາງກິຈກາຣແດ່ ມາທ່ອງທ່ຽວ ເຂົາແດ່ ຄືວ່າ ມັນເປັນບ້ານເຂົາ ໄປແລ້ວເດ໋ ປັຈຈຸບັນນີ້ ເປັນເມືອງຈີນ ແລ້ວດຽວນີ້ ເຂົາກໍ ມີກາຣຕັ້ງ ໂຮງແຮມ ຕັ້ງ ນັ້ນໃສ່”.
ແຕ່ສະເພາະ ກາຣເດີນທາງ ເຂົ້າມາທ່ຽວຊົມ ເມືອງມໍຣະດົກໂລກ ຫລວງພຣະບາງ ຂອງຊາວຕ່າງ ປະເທສ ໂດຽທົ່ວໄປແລ້ວ ປັຈຈຸບັນນີ້ ຖືວ່າບໍ່ຄຶກຄັກ ຫລາຍ ພໍເທົ່າໃດ ທຽບໃສ່ ໃນຣະຫວ່າງ ກາຣສລອງ ບຸນປີໃໝ່ລາວ. ດັ່ງຫົວໜ້າ ຫ້ອງກາຣ ທ່ອງທ່ຽວ ປະຈຳແຂວງ ໄດ້ຊີ້ແຈງວ່າ:
"ໃນປັຈຈຸບັນນີ້ ບໍ່ເຕັມລະ ພາຍຫລັງທີ່ ເທສການ ບຸນປີໃໝ່ລາວແລ້ວ ເຮົາເອີ້ນວ່າ ແມ່ນຊ້ວງຂາລົງ ຂອງການທ່ອງທ່ຽວ ອ່າ ຫລາຍພາກສ່ວນ ກໍພົບບັນຫາຢູ່ ຍ້ອນ ນັກທ່ອງທ່ຽວ ເຮົາຫລຸດລົງ ແຕ່ກ່າຍັງມີ ຈໍານວນນື່ງ ທີ່ສາມາດ ພໍລ້ຽງຕົນເອງໄດ້ ເອົາແທ້ ນັກທ່ອງທ່ຽວ ຢູ່ຫຼວງພຣະບາງ ຊີ່ໃຫ້ຂາດ ມັນກໍບໍ່ຂາດດອກ ຖ້າວ່າມັນໜ້ອຍ ທີ່ສຸດ ມື້ນື່ງກໍສະເລັ່ຍ ກໍບໍ່ຫລຸດ ສອງສາມພັນຄົນ".
ທ່ານກ່າວເນັ້ນວ່າ ນອກຈາກບັນດາ ນັກທ່ອງທ່ຽວ ທ່ຽວຊົມຕາມ ວັດວາອາຮາມ ໃນຕົວເມືອງແລ້ວ ສ່ວນໜຶ່ງ ຈະໃຫ້ຄວາມສົນໃຈ ໄປຊົມທາງ ທັມມະຊາຕ ເຊັ່ນນ້ຳຕົກຕາດ ກວາງຊີ ຫລືໄປພັກແຮມຄືນ ກັບປະຊາຊົນ ຕາມເຂຕ ຊົນນະບົທ ຊຶ່ງເຮັດໃຫ້ ປະຊາຊົນ ມີຣາຍຮັບຈາກ ນັກທ່ອງທ່ຽວ ໄປພ້ອມໆກັນ.