ປະຊາຊົນບໍ່ຮູ້ເຫັນ ການພັທນາລ່ວງໜ້າ
2012.07.17
ການໃຫ້ ສໍາປະທານ ຂຸດຄົ້ນບໍ່ຄໍາ ແກ່ ນັກລົງທຶນ ຕ່າງປະເທດ ສ່ວນຫລາຍ ປະຊາຊົນ ບໍ່ໄດ້ຮັບຮູ້ ເຣື່ອງນໍາ ຫາກໂຄງການ ນັ້ນ ບໍ່ໄປສົ່ງ ຜົນກະທົບ ຕໍ່ ພວກຂະເຈົ້າ ຖ້າຫາກວ່າ ການໃຫ້ ສໍາປະທານ ໄປແລ້ວມີຜົນ ກະທົບ ຕໍ່ບ້ານເຮືອນ ໄຮ່ນາ ຮົ້ວສວນ ຈົນຕ້ອງໄດ້ ໂຍກຍ້າຍ ອອກນັ້ນ ປະຊາຊົນ ຈຶ່ງຈະໄດ້ຮູ້. ດັ່ງຊາວເມືອງຄູນ ແຂວງ ຊຽງຂວາງ ຜູ້ນຶ່ງ ເວົ້າວ່າ:
"ເປັນພວກ ບໍ່ແຮ່ຫຍັງ ມັນຕ້ອງ ເປັນດິນ ຂອງຣັຖບານ ອັນນີ້ ກໍບໍ່ຮູ້ເດີ ບໍ່ຊໍານານ ເຣື່ອງ ແຮ່ຄືກັນ ປະຊາຊົນ ບໍ່ຄ່ອຍຮູ້ ດອກ ຢູ່ເມືອງລາວ ເຂົາມີແຕ່ ເວົ້າກັນເອງ".
ສ່ວນເຣື່ອງການໂຈະ ໃຫ້ສໍາປະທານ ບໍ່ແຮ່ຊຸດໃໝ່ ຂອງ ຣັຖບານລາວ ເພື່ອກວດກາ ທົບທວນ ຜົນກະທົບ ຕ່າງໆນັ້ນ ນາງ ກໍເຫັນວ່າ ເປັນການດີ ເພາະທີ່ຜ່ານມາ ກໍມັກໄດ້ຂ່າວ ເຖິງຄວາມ ເດືອດຮ້ອນ ຂອງ ຊາວບ້ານ ຢູ່ເລື້ອຍໆ ກ່ຽວກັບ ຄ່າຊົດເຊີຍ ແລະ ທີ່ດິນທໍາກິນ ເພາະທາງການ ບໍ່ສາມາດ ຈັດສັນທີ່ດິນ ທີ່ ເໝາະສົມໃຫ້ ແລະ ຊາວບ້ານ ກໍໄດ້ຮັບ ຜົນກະທົບ ຈາກສານເຄມີ ທີ່ມາຈາກ ການຂຸດຄົ້ນບໍ່ແຮ່ ນັ້ນ ກໍມີຫລາຍ.
ຢ່າງໃດກໍຕາມ ປັດຈຸບັນ ຍັງມີບາງ ໂຄງການ ຂຸດຄົ້ນບໍ່ຄໍາ ທີ່ຣັຖບານ ຍັງໃຫ້ ບໍຣິສັດ ຕ່າງປະເທດ ເປັນຕົ້ນ ຈີນ ເຂົ້າມາເຮັດຢູ່ ດັ່ງເຈົ້າໜ້າທີ່ ຫ້ອງການ ບໍ່ແຮ່ ແຂວງ ຊຽງຂວາງ ເວົ້າວ່າ:
"ດຽວນີ້ຂະເຈົ້າ ຍັງເຮັດຢູ່ແຖວ ຈະໝື່ນເດິ ເມືອງໜອງແຮັດ ຄໍາຕົກຄອນ ມີເຂົ້າມາ ເຊັນສັນຍາ 3 ບໍຣິສັດ ແລ້ວ ບໍ່ໄດ້ຢູ່ເລີຍ ຕົວນີ້ ເພາະວ່າຂະເຂົ້າ ບໍ່ໄດ້ ຣະບຸໃສ່ ວ່າສິແມ່ນ ຄໍາຕົກຄອນ ທີ່ ຜົນກະທົບ ຈາກການສ້າງ ເຂື່ອນ ເພິ່ນບໍ່ໄດ້ ຣະບຸໃສ່ ມີແຕ່ວ່າຄໍາ ຕົກຄອນ ຕາມຫ້ວຍນໍ້າ ລໍາເຊ".
ທ່ານເວົ້າຕື່ມວ່າ ພາຍຫລັງຕັນ ເຂື່ອນແລ້ວ ກໍຈະບໍ່ສາມາດ ເຮັດຫຍັງໄດ້ອີກ ຊັພຍາກອນ ທີ່ຢູ່ໃຕ້ນໍ້າ ຈະເສັຍໄປຊື່ໆ. ດັ່ງນັ້ນ ຈຶ່ງເຫັນວ່າ ກ່ອນຈະ ອະນຸຍາດ ໃຫ້ສ້າງເຂື່ອນ ຄວນຂຸດຄົ້ນ ຊັພຍາກອນ ທັມມະຊາດ ໃນເຂດໜ້າ ເຂື່ອນ ນັ້ນກ່ອນ ແລະ ກໍຍັງບໍ່ ແນ່ໃຈວ່າ ຈາກການ ຂຸດຄົ້ນນັ້ນ ຈະເຮັດໃຫ້ ເກີດມົລພິດ ຈາກ ສານເຄມີ ຢູ່ຕາມລໍານໍ້າ ທີ່ ປະຊາ ຊົນໃຊ້ ໃນການ ດໍາຣົງຊີວິດ ປະຈໍາວັນ ນັ້ນອີກ ຫລືບໍ່?