ຊາວລາວຂັດຂ້ອງເຣື່ອງ ໃຊ້ດິນເປັນທຶນ

ຊາວລາວ ບໍ່ພໍໃຈ ໃນ ນະໂຍບາຍ ໃຊ້ດິນ ປະຊາຊົນ ເປັນທຶນ ຂອງຣັຖ.
ສົມເນ
2012.08.30
F-450-blvd ທີ່ດິນໃນເຂດ ເລາະລຽບ ຕາມຖນົນ 450 ປີ
RFA-Kham Ouan

ຊາວລາວ ບໍ່ພໍໃຈນໍາ ນະໂຍບາຍ ການຜັນດິນ ເປັນທຶນ ຂອງ ຣັຖບານ ໃນການພັທນາຕ່າງໆ ໂດຍໃຊ້ດິນ ປະຊາຊົນ ທີ່ຊື້ໃນ ຣາຄາຖືກ ແລ້ວໄປຂາຍໃຫ້ ນັກລົງທືນ ໃນຣາຄາ ແພງ ຕາມທີ່ຊາວ ນະຄອນຫລວງ ວຽງຈັນ ຄົນນື່ງເວົ້າວ່າ:

"ໝາຍຄວາມວ່າຣັຖ ບໍ່ມີທຶນ ຊີ່ສ້າງໂຕນີ້ ຕ້ອງເອົາດິນໂຕນີ້ ເອົາດິນ ຂອງປະຊາຊົນ ນີ້ໃຫ້ ປະຊາຊົນ ໃນຣາຄາຖືກໆ ໄປຂາຍໃຫ້ນາຍທຶນ ໃນຣາຄາສູງ 200-300  ໂດລາ ສະຫະຣັຖ ຕໍ່ຕາຕຣາງແມັດ ຊື້ນໍາ ປະຊາຊົນ  80,000  ກີບ  ($10 US) ບໍ່ດີ ມັນບໍ່ຍຸຕິທັມ ຕໍ່ປະຊາຊົນ".

ຊາວລາວຜູ້ນີ້ ເວົ້າຕື່ມວ່າ ປະຊາຊົນ ສ່ວນໃຫ່ຽ ທີ່ມີ ດິນໄຮ່ດິນນາ ຢູ່ຕາມຖນົນ 450 ປີ ທີ່ຫາກໍສ້າງ ຂື້ນໃໝ່ນັ້ນ ບໍ່ຢາກຂາຍ ທີ່ດິນ ເພາະວ່າ ເປັນທີ່ດິນ ທໍາຢູ່ທໍາກິນ ຕັ້ງແຕ່ ສມັຍ ປູ່ຍ່າຕາຍາຍ ຂອງເຂົາເຈົ້າ ຊາວລາວສ່ວນໃຫ່ຽ ເຫັນດີນໍາ ໂຄງການ ພັທນາປະເທດ ແຕ່ເຕັມທີ ເຂົາເຈົ້າເປັນຜູ້ ເສັຽປຽບໃຫ້ຣັຖ ແລະນາຍທືນ ເຂົາເຈົ້າວ່າ ສິ່ງທີ່ ຣັຖບານ ປະຕິບັດ ຕໍ່ເຂົາເຈົ້ານັ້ນ ມັນບໍ່ເປັນທັມ. ການຕັ້ງຣາຄາ ທີ່ດິນທີ່ຊື້ຈາກ ປະຊາຊົນ ຢູ່ຕາມຖນົນ 450 ປີ  ຕາມໂຄງການ ຜັນທີ່ດິນ ເປັນທຶນນີ້ ເຈົ້າໜ້າທີ່ ອົງການ ທີ່ດິນ ແຫ່ງຊາຕ ອະທິບາຍວ່າ ມີໜ່ວຍງານ ເປັນຜູ້ ປະເມີນຣາຄາ. ທ່ານກ່າວວ່າ:

"ເຮົາຜັນຊັບສິນ ເປັນທຶນນີ້ ໝາຍຄວາມວ່າ ເອົາທີ່ດິນທີ່ມີ ເປົ້າໝາຍພັທນາ ແຕ່ຍັງບໍ່ໄດ້ ພັທນາ ແລະຣັຖນີ້ ຈະຜັນທີ່ດິນໂຕນີ້ ເຮົາຕ້ອງໄດ້ ລົງສ້າງ ໂຄງຮ່າງພື້ນຖານ ເຮັດຖນົນເຂົ້າໄປ ແລ້ວເອົາເງິນທີ່ວ່າ ເຮົາເອົາມາລົງທຶນ ກໍໄດ້ຢືມກູ້ ທະນາຄານມາ ຣັຖນີ້ກໍຕ້ອງໄດ້ ຊື້ທີ່ດິນນໍາ ປະຊາຊົນ ເພິ່ນກໍຊື້ ໃນຣາຄາ ສົມເຫດສົມຜົນ ເພາະວ່າ ມັນມີຫນ່ວຍງານ ປະເມີນຣາຄາ ໝົດແລ້ວ ໃນແຕ່ລະເຂດ ເຮົາກໍຊົດເຊີຽ ໄປຕາມນັ້ນ".

ການຈັດຕັ້ງ ປະຕິບັດ ນະໂຍບາຍ ຜັນດິນເປັນທຶນ ເພື່ອພັທນາ ປະເທດ ຂອງຣັຖບານ ໄດ້ດໍາເນີນມາ 3-4 ປີແລ້ວ ໂດຍອາໄສ ຣະບຽບຫລັກການ ຂອງອົງການ ຄຸ້ມຄອງ ທີ່ດິນ ແຫ່ງຊາຕ ຊຶ່ງເມື່ອກ່ອນຂື້ນກັບ ສໍານັກ ນາຍົກຣັຖມົນຕຣີ.

ນະໂຍບາຍ ດັ່ງກ່າວມານີ້ ມີຜົນກະທົບ ຕໍ່ປະຊາຊົນ ທີ່ເສັຽທີ່ດິນ ຢ່າງໃຫຍ່ຫຼວງ ເພາະວ່າ ຕາມຣະບຽບການ ທີ່ຜ່ານມາ ຈົນຮອດ ປັດຈຸບັນນີ້ ເຖິງແມ່ນວ່າ ໄດ້ປັບປຸງ ແດ່ແລ້ວກໍຕາມ ແຕ່ກໍຍັງ ບໍ່ເປັນທັມ ຕໍ່ປະຊາຊົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.