ບໍຣິສັດລາວ-ວຽດນາມ ຮ່ວມມືຂຸດຄໍາ

ບໍຣິສັດ ລາວ-ວຽດນາມ ຈະຮ່ວມກັນສ້າງ ສະຖານທີ່ ໂຮງງານ ຂຸດຄຳ ທີ່ແຂວງ ອັດຕະປື.

0:00 / 0:00

ກົດຟັງສຽງ

ກ່ອນຫນ້ານີ້ ບໍຣີສັດ ກອງທັບລາວ ໄດ້ຮ່ວມກັບ ບໍຣິສັດ ວຽດນາມ ສຳຣວດ ບໍ່ຄຳ ໃນແຂວງ ອັດຕະປື ແລະ ກໍໄດ້ພົບ ແຮ່ທາດຄຳ ບໍຣິສັດ ຮ່ວມຫຸ້ນ ລາວ-ວຽດນາມ ກໍຈະຮ່ວມກັນ ຕັ້ງໂຮງງານ ຂຸດແຮ່ຄຳ. ເຈົ້າຫນ້າທີ່ ຈາກຫ້ອງການ ບໍ່ແຮ່ ແຂວງ ອັດຕະປື ເວົ້າວ່າ:

"ດຽວນີ້ໂຮງງານ ແຮ່ຄຳເນາະ ເພີ່ນກຳລັງ ກະຕຽມຕັ້ງ ໂຮງງານຢູ່ ມັນເປັນຂອງ ທະຫານລາວ ແລະ ກໍເປັນ ບໍຣິສັດ ຂອງວຽດນາມ ແຕ່ວ່າເພີ່ນ ຈອຍກັນ".

ເຈົ້າຫນ້າທີ່ ກ່າວຕໍ່ໄປວ່າ ໃນແຜນການ ທາງ ບໍຣິສັດ ຈະໃຫ້ເງີນ ຊ່ອຍເຫລືອ ແລະ ພັທນາ ສະພາບແວດລ້ອມ ໃນເຂດອ້ອມແອ້ມ ພື້ນທີ່ ການຂຸດຄົ້ນ ປະມານ 1 ແສນໂດລາ ແຕ່ການຂຸດຄົ້ນ ທີ່ແຂວງ ອັດຕະປື ເທື່ອນີ້ ບໍ່ໄດ້ ໂຍກຍ້າຍ ປະຊາຊົນ ເພາະພື້ນທີ່ ທີ່ຂຸດຄົ້ນ ນັ້ນຫ່າງໄກ ຈາກບ້ານເຮືອນ. ບໍ່ຄຳ ດັ່ງກ່າວ ຕັ້ງຢູ່ໃກ້ ຊາຍແດນ ວຽດນາມ ທ່ານ ກ່າວເພີ້ມວ່າ:

"ບໍ່ໄດ້ຍ້າຍ ເພາະໄກຢູ່ ປະມານ 5-6 ກິໂລແມັດ ໂຮງງານມັນ ຈະເປັນ ຂນາດນ້ອຍ ຫາຂນາດກາງ ບໍ່ແມ່ນ ຂນາດໃຫຍ່".

ທາງການແຂວງ ອະນຸຍາດ ໃຫ້ດຳເນີນງານ ໄດ້ ແຕ່ຕ້ອງໄດ້ ລົງນາມ ໃນຂໍ້ຕົກລົງ ວ່າດ້ວຍການ ບຳບັດ ສະພາບແວດລ້ອມ ກ່ອນວ່າ ເມື່ອຂຸດຄົ້ນ ແລ້ວຈະເຮັດ ຢ່າງໃດ ໃນການ ບຳບັດ ສີ່ງແວດລ້ອມ ແລະ ຈະຫລີກລຽງ ການປ່ອຍ ສານເຄມີ ລົງແມ່ນ້ຳ ລຳທານ ແນວໃດ ເພື່ອປ້ອງກັນ ການເກີດ ບັນຫາ ຕາມພາຍຫລັງ.