ລາວແລະວຽດນາມ ຮ່ວມມືຢ່າງເລິກເຊິ່ງ

ສປປລາວ ແລະ ສສ ວຽດນາມ ຂຍາຍ ການຮ່ວມມື ຣະຫວ່າງກັນ ໃຫ້ເລິກເຊິ່ງ ແລະ ກວ້າງຂວາງ ອອກໄປ ເລື້ອຍໆ.
ອະວາຣີ
2011.08.04
F-Choummaly ທ່ານ ຈູມມະລີ ໄຊຍະສອນ ເລຂາທິການ ໃຫຍ່ ຄນະ ບໍຣິຫານ ສູນກາງ ພັກປະຊາຊົນ ປະຕິວັດ ລາວ
RFA

ກົດຟັງສຽງ

ທ່ານ ຈູມມະລີ ໄຊຍະສອນ ປະທານ ປະເທດ ສປປລາວ ຊຶ່ງຫາ ກໍໄດ້ຮັບ ຕຳແໜ່ງໃໝ່ໆ ຕື່ມອີກ ສມັຍນຶ່ງ ຈະໄປຢ້ຽມຢາມ ວຽດນາມ ໃນວັນທີ່ 8 ຈົນເຖິງ ວັນທີ່ 10 ເດືອນ ສິງຫາ ນີ້. ປະທານ ປະເທດລາວ ຈະຫາລື ກັບ ທ່ານ ຫງຽນຟູຈ່ອງ ຊຶ່ງ ຖືກເລືອກ ໃຫ້ເປັນ ປະທານ ປະເທດ ວຽດນາມ ຜູ້ໃໝ່ ເມື່ອຕົ້ນ ສັປດານີ້. ຜູ້ນຳທັງສອງ ຈະຫາລືກັນ ກ່ຽວກັບ ການປັບປຸງ ຄວາມສຳພັນ ທີ່ພິເສດ ຢູ່ແລ້ວນັ້ນ ໃຫ້ຍິ່ງ ພິເສດ ຂື້ນ.

ອົງການຂ່າວ ສານ ທາງການ ຂອງ ວຽດນາມ Vietnam news brief ຣາຍງານ ວ່າ ວຽດນາມ ໃຫ້ການ ຊ່ວຍເຫລືອ ໃນທຸກດ້ານ ແກ່ ສປປລາວ ເຊັ່ນໄດ້ຝຶກ ອົບຣົມ ເຈົ້າໜ້າທີ່ ລາວ ຮັບເອົາ ນັກສຶກສາ ລາວ ໄປຮຽນຕໍ່ ແລະ ໄດ້ເຂົ້າມາ ລົງທຶນ ໃນລາວ ຫລາຍ ຂແນງການ; ແຕ່ ໃນຂນະດຽວກັນ ອົງການ ສືບສວນ ສະພາບ ແວດລ້ອມ ຂອງອັງກິດ ຣາຍງານວ່າ ກອງທັບ ວຽດນາມ ເປັນຜູ້ ຕັດໄມ້ ຢູ່ລາວ ແລະສົ່ງອອກ ໄປ ວຽດນາມ ເພື່ອ ຜລິດເຟີນີເຈີ ຈົນວຽດນາມ ກາຍເປັນ ປະເທດນຶ່ງ ທີ່ສົ່ງ ເຟີນີເຈີ ອອກຕ່າງ ປະເທດຫລາຍ ທີ່ສຸດ ໃນໂລກ. ແຕ່ໃນ ຣະຍະ 7-8 ປີທີ່ຜ່ານມາ ວຽດນາມ ມີຄູ່ແຂ່ງ ໃນການມີ ອິດທິພົນ ຢູ່ລາວ ຄູ່ແຂງນັ້ນ ກໍແມ່ນ ຈີນ.

ນັບແຕ່ປີ 2004 ເປັນຕົ້ນມາ ຈີນ ໄດ້ໃຫ້ການ ຊ່ວຍເຫລືອ ແລະ ເຂົ້າມາ ລົງທຶນ ຢູ່ສປປລາວ ຫລາຍຂື້ນ ເຊັ່ນໄດ້ຊ່ວຍ ສ້າງສນາມ ກິລາ ແຫ່ງຊາດ ໃໝ່ຢູ່ ນະຄອນຫລວງ ວຽງຈັນ ເພື່ອໃຊ້ ໃນການ ແຂ່ງຂັນ ກິລາ ຊີເກມ ປູກຢາງ ພາຣາ ແລະ ຂຸດຄົ້ນ ບໍ່ແຮ່ ຢູ່ ທາງພາກເໜືອ ຂອງລາວ. ສິ່ງທີ່ ວຽດນາມ ແລະ ຈີນ ແຕກຕ່າງກັນ ວຽດນາມ ຂັດຄ້ານ ການສ້າງເຂື່ອນ ໄຊຍະບຸຣີ ຂອງລາວ ແຕ່ ຈີນ ສນັບສນູນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
Aug 07, 2011 05:32 AM

ຂໍໃຫ້ ລາວ ນອກ ຊ່ວຽ ເວົົ້້າ ໃຫ້ ແດ່

Anonymous
Aug 08, 2011 05:48 AM

ນີ້ລະນໍ້ເມືອງລາວເຮົາ ຈັງແມ່ນບຸນທຳກັມແຕ່ງແທ້ໆ ຂໍໄຫ້ພຽນພະຍາຍາມໄນວັນນີ້ເສັຍເຖີ່ນເພື່ອສ້າງຄວາມຮູ່ງເຮືອງຕາມຍຸກໂລກາພິຫັວດໄດ້ ຂໍມອບລັກສັຈຈະທັມໄນຕັດສີນໄຈ ຄື ກ້າຄິດ ກ້າເວົ້າ ກ້າຕັດສີນໄຈ ກ້າປະຕິບັດ ກ້າປ່ຽນແປງໄນທຸກໂອກາສ ນີ້ລະຄືບັນໄດ ກ້າວຜ່ານສູ້ຄວາມສຳເລັດໄນອານາຄົດຂອງໂລກບໍີມພົມແດນນີ້ ໄດ້ ໄຮ້ສິ່ງສົງໄສ ຄອບໄຈ.

Anonymous
Aug 04, 2011 02:26 PM

meme le nhan dan est chez nous et on parle d'indépendance... quelle indépendance ? actuellement , on coupe nos arbres , qui peut leur interdire ? nos bois précieux en occurance le" mai-long leng" a presque disparu du fait de nos voisins ; il en existe chez eux mais pourquoi couper ce bois cez nous ? nous aurions voulu garder ces arbres millénaires et les plus hauts d'asie pour que nos enfants et arrières petits-enfants puissent admirer comme le Red Wood des Etats-Unis ...que c'est triste chers compatriotes !!!

Anonymous
Aug 04, 2011 02:44 PM

he goes there just to take order ...and you say that Laos is indépendant ... oh my god . tell him to say to the vn that the accord signed in 1977 must be cancelled