ຣັຖເຊັຽສົນໃຈ ຄ້າໃນລາວ

ບໍຣິສັດ ຣັຖເຊັຽ ສົນໃຈ ໃນພລັງງານ ແລະ ຕລາດ ໂທລະຄົມ ມະນາຄົມ ໃນລາວ.
ສິດນີ
2011.10.14
F-Cellphone-users ທຸຣະກິຈ ດ້ານທຸຣະຄົມ ມະນາຄົມ ໃນລາວ ກໍາລັງ ເຕີບໃຫຍ່
Tyler Chapman

ກົດຟັງສຽງ

ນາຍົກ ຣັຖມົນຕຣີ ຣັຖເຊັຽ ທ່ານ ວາດາເມັຽ ພູຕິນ ກ່າວ ຫລັງຈາກ ພົບປະ ກັບ ປະທານ ປະເທດລາວ ທ່ານ ຈູມມະລີ ໄຊຍະສອນ ວ່າ ບໍຣິສັດ ຣັຖເຊັຽ ສົນໃຈ ໃນພລັງງານ ແລະ ຕລາດ ໂທລະຄົມ ມະນາຄົມ ໃນລາວ. ທ່ານວ່າ ຣັຖເຊັຽ ສົນໃຈ ໃນຄວາມ ຮ່ວມມື ກັບລາວ ທາງດ້ານ ວິສວະກັມ ການສ້າງ ເຂຶ່ອນ, ໂທລະຄົມ ມະນາຄົມ, ອຸດສາຫະກັມ ສື່ສານ ແລະ ການພັທນາ ຊັພຍາກອນ ທັມມະຊາດ ໃນລາວ.

ອິງຕາມ ຄຳຖແລງ ຂອງ ທ່ານ ພູຕິນ ຖ້າ ຣັຖບານ ຣັຖເຊັຽ ເລິ້ມໂຄງການ ໃຫຍ່ໆ ໃນລາວ ການລົງທຶນ ຈາກ ຣັຖເຊັຽ ໃນ ເສຖກິດ ຂອງ ສປປລາວ ກໍຈະເພິ້ມ ຂຶ້ນຢ່າງ ມະຫາສານ ເທົ່າເຖິງ ປັດຈຸບັນ ການຄ້າ ຣະຫວ່າງ ສອງຝ່າຍ ຍັງຢູ່ ໃນຂັ້ນ ຕ່ຳຢູ່.

ທ່ານຫວັງວ່າ ຂໍ້ຕົກລົງ ທິ່ໄດ້ ລົງນາມ ກັນ ໃນເວລານິ້ ຮ່ວມທັງ ຖແລງການ ຮ່ວມ ແລະ ການຢ້ຽມຢາມ ຂອງ ປະທານ ປະເທດລາວ ຈະປູ ເສັ້ນທາງ ໄປສູ່ ຄວາມຮ່ວມມື ທິ່ສຳຄັນ ໃນຄວາມ ສຳພັນ ຂອງ ການພັທນາ ທາງດ້ານ ເສຖກິດ ແລະ ການຄ້າ ຣະຫວ່າງ ສອງປະເທດ ໃນ ອະນາຄົດ.

ນອກຈາກນັ້ນ ນາຍົກ ຣັຖມົນຕຣີ ຣັຖເຊັຽ ຍັງໄດ້ ໃຫ້ ຄຳຫມັ້ນ ສັນຍາ ຕໍ່ ປະທານ ປະເທດລາວ ວ່າ ຣັຖເຊັຽ ຈະສືບຕໍ່ ໃຫ້ການ ສນັບສນູນ ໃນການ ຝຶກອົບຮົມ ເຈົ້າຫນ້າລາວ ໃນ ອະນາຄົດ ນອກຈາກ ຈຳນວນ ນັກສຶກສາ ລາວ ກວ່າ 7 ພັນ ທິ່ກຳລັງ ຮ່ຳຮຽນ ຢູ່ໃນ ຣັຖເຊັຽ ໃນເວລາ ນີ້. ສປປລາວ ເຄີຍຕິດຫນິ້ ໃນປາງ ສົງຄາມ ແຕ່ ບໍ່ໄດ້ກ່າວ ເປີດເຜີຍ ໃນການ ພົບກັນ ຄັ້ງນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.