ກົດໝາຍທີ່ດິນໃນລາວ

ຍ້ອນກົດໝາຍ ທີ່ດິນ ບໍ່ແຈ່ມແຈ້ງ ເຮັດໃຫ້ ວຽກງານ ຂອງ ອັຍການສານ ກ່ຽວກັບ ທີ່ດິນ ຫຍຸ້ງຍາກ ຢູ່ຕລອດມາ.

0:00 / 0:00

ກົດຟັງສຽງ

ບັນຫາ ເຣື້ອງ ທີ່ດິນ ໃນລາວ ຍັງຫຍຸ້ງຍາກ ຊັບຊ້ອນ ບໍ່ສາມາດ ແກ້ໄຂ ຄະດີ ໃຫ້ໜ້ອຍ ລົງໄດ້ ຍ້ອນວ່າ ມີແຕ່ ດໍາຣັດ ວ່າດ້ວຍ ທີ່ດິນ ຫລາຍສະບັບ ແຕ່ຍັງ ບໍ່ມີ ກົດໝາຍ ວ່າດ້ວຍ ທີ່ດິນ ທີ່ແຈ່ມແຈ້ງ ເພື່ອນໍາມາ ຕັດສິນ ໃນຂັ້ນສານ ເທື່ອ ເມື່ອເກີດການ ຟ້ອງຮ້ອງກັນ ເຮັດໃຫ້ ວຽກງານ ຂອງ ອັຍການ ໃນຄະດີ ທີ່ດິນ ມີຄວາມ ຫຍຸ້ງຍາກ. ດັ່ງເຈົ້າ ໜ້າທີ່ ອົງການ ອັຍການ ແຂວງ ສວັນນະເຂດ ອະທິບາຍວ່າ:

"ຄິດວ່າ ຣັຖບານ ນີ້ ອອກດໍາຣັດ ຫລາຍກ່ຽວກັບ ການຄຸ້ມຄອງ ນໍາໃຊ້ ທີ່ດິນ ແຕ່ຄວນ ເຂົ້າໃຈວ່າ ດໍາຣັດ ມັນບໍ່ແມ່ນ ກົດໝາຍ ຍ້ອນແນວນັ້ນ ຢາກເອົາຄົນ ເຂົ້າສູ່ ຂະບວນການ ຍຸຕິທັມ ຕ້ອງມີ ກົດໝາຍ ທີ່ຮັດກຸມ ຫາກກົດໝາຍ ຍັງລະຫລວມ ຢູ່ ມັນຈະບໍ່ ເອົາເຂົ້າສູ່ ຂະບວນການ ຍຸຕິທັມ ໄດ້ ເວລານັ້ນ ສານ ອັຍການ ຫລືວ່າ ພວກທີ່ ກ່ຽວກັບ ຂະບວນການ ຍຸຕິທັມ ຈະບໍ່ໄດ້ ເຂົ້າແກ້ໄຂ ບັນຫາ ນີ້".

ເຈົ້າໜ້າທີ່ ເວົ້າຕໍ່ວ່າ ຣັຖບານ ຄວນເອົາ ໃຈໃສ່ ຕໍ່ບັນຫາ ເຣື້ອງທີ່ດິນ ເພາະພາກຣັຖ ມີອໍານາດ ທາງກົດໝາຍ ໃນການ ຄຸ້ມຄອງ ທີ່ດິນ ພ້ອມກັບ ອົງການ ຄຸ້ມຄອງ ທີ່ດິນ ແຫ່ງຊາດ. ສໍາລັບ ດໍາຣັດ ວ່າດ້ວຍ ທີ່ດິນ ຈະສາມາດ ໃຊ້ແກ້ໄຂ ໄດ້ສະເພາະ ລະບຽບ ວິນັຍ ຂອງການ ບໍຣິຫານ ເທົ່ານັ້ນ ຍ້ອນວ່າ ດໍາຣັດ ບໍ່ໄດ້ມີ ກໍາໜົດບົດ ລົງໂທດ ທີ່ແຈ່ມແຈ້ງ ຫລື ບັງຄັບ ໃຊ້ແທນ ກົດໝາຍໄດ້. ສໍາລັບ ກົດໝາຍ ວ່າດ້ວຍ ທີ່ດິນ ຄວນມີ ການຄົ້ນຄວ້າ ເພີ້ມເຕີມ ແລະ ຮອງຮັບ ຜ່ານສະພາ ເພື່ອນໍາໃຊ້ ເປັນເຄື່ອງມື ໃນການ ອໍານວຍ ຄວາມສະດວກ ໃຫ້ອັຍການ ແລະສານ ໄດ້ເອົາໄປ ແກ້ໄຂ ບັນຫາ ຂໍ້ຂັດແຍ່ງ ເຣື້ອງ ທີ່ດິນ ດັ່ງກ່າວ.