ທາງການລາວຖືກຕັດສິນ ໃຫ້ຈ່າຍຄ່າເສັຍຫາຍ

ຣັຖບານລາວ ຖຶກສັ່ງ ໃຫ້ຈ່າຍ 1 ຕຶ້ 7 ຮ້ອຍ ລ້ານ ບາດ ເປັນຄ່າ ເສັຽຫາຍ ໃນ ໂຄງການ ໄຟຟ້າ ຖ່ານຫີນ ຫົງສາ ທີ່ ແຂວງ ໄຊຍະບູຣີ.
ສິດນີ
2011.08.09

ກົດຟັງສຽງ

ສານ ຣັຖບານກາງ ທີ່ ນະຄອນ ນິວຢອກ ຕັດສິນ ເຫັນພ້ອມ ກັບການ ໄກ່ເກັ່ຽ ຂອງ ມາເລເຊັຽ ໃນກໍຣະນີ ຂໍ້ຂັດແຍ່ງ ຣະຫວ່າງ ບໍຣິສັດ ລິກໄນ ໄທ-ລາວ ກັບ ຣັຖບານລາວ ໃນໂຄງການ ໄຟຟ້າ ຖ່ານຫິນ ທີ່ ເມຶອງຫົງສາ ແຂວງ ໄຊຍະບູຣີ, ຕົກລົງໃຫ້ ຣັຖບານລາວ ຈ່າຍຄ່າ ເສັຽຫາຍ ປະມານ 56 ລ້ານ ໂດລາ ຫລື ປະມານ 1 ຕື້ 7 ຮ້ອຍລ້ານບາດ ລວມທັງ ດອກເບັ້ຽ ໃຫ້ແກ່ ບໍຣິສັດ ໄທ-ລາວ ລິກໄນ.

ນາຍ James Berger ທະນາຍຄວາມ ຈາກ ບໍຣິສັດ ທະນາຍຄວາມ Hasings, Janofsky & Walker ທີ່ເປັນຕົວແທນ ຂອງ ບໍຣິສັດ ໄທ-ລາວ ລິກໄນ ກ່າວວ່າ, ເຖິງແມ່ນວ່າ ການຕັດສິນ ຂອງ ສານກາງ ທີ່ ນະຄອນ ນິວຢອກ ຈະບໍ່ເປັນ ການສິ້ນສຸດ ຂໍ້ຂັດແຍ່ງ ກໍຕາມ ແລະ ຣັຖບານລາວ ກໍ່ຍັງສາມາດ ອຸທອນ ໄດ້ຢູ່ນັ້ນ ພວກທ່ານ ຫວັງວ່າ ຣັຖບານລາວ ຄວນ ປະຕິບັດ ຕາມຄວາມ ຮັບຜິດຊອບ ຂອງຕົນ ໃນການ ຈ່າຍຄ່າ ເສັຽຫາຍ ໃຫ້ແກ່ ບໍຣິສັດ ທີ່ໄດ້ຮັບ ຜົລກະທົບ ທີ່ຮຽກຮ້ອງມາ.

ນັກວິເຄາະ ເວົ້າວ່າ ການດຳເນີນງານ ໃນໂຄງການ ໄຟຟ້່າ ຫົງສາ ລິກໄນ ຂນາດ 1.9 ກິກາວັດ ທີ່ຮ່ວມ ລົງທຶນ ຣະຫວ່າງ ບໍຣິສັດ ບ້ານປູ ແລະ ບໍຣິສັດ ໄຟຟ້າ ມະຫາຊົນ ຣາຊບູຣີ ຂອງ ໄທ ຄົນລະ 40% ຈະບໍ່ໄດ້ຮັບ ຜົລກະທົບ ຈາກການຕັດສິນ ຂອງສານ.

ຄວາມຂັດແຍ່ງ ເກີດຈາກ ຣັຖບານລາວ ໄດ້່ຍົກເລິກ ສັນຍາ ການ ສຳປະທານ ຂອງ ບໍຣິສັດ ໄທ-ລາວ ລິກໄນ ໃນໂຄງການ ດັ່ງກ່າວ ຫລັງຈາກ ພົບວ່າ ການກໍ່ສ້າງ ບໍ່ໄດ້ ມາຕຖານ ຕາມສັນຍາ ທີ່ໄດ້ຕົກລົງ ກັນໄວ້. ບໍຣິສັດ ບາງປູ ຈຶ່ງເຂົ້າ ມາສຶບຕໍ່ ການສຳປະທານ ຈຶ່ງມີການ ຟ້ອງຮ້ອງກັນ ເກິດຂຶ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.