ຍິງລາວຊົນນະບົດ ຍັງຂາດການຊ່ອຍເຫຼືອ

ແມ່ຍີງ ຊາວລາວ ຕາມເຂຕ ຊົນນະບົທ ຍັງບໍ່ມີ ນາງປະດົງຄັນ ໃຫ້ກາຣຊ່ວຍເຫລືອ ເຂົາເຈົ້າ.
ຫວາດ ສີມູນ
2012.08.01

ໃນຣະຫວ່າງ ໜຶ່ງປີຜ່ານມາ ທາງກາຣ ສປປລາວ ໄດ້ເຣີ່ມໂຄງກາຣ ຈັດສົ່ງ ນາຍພຍາບາລ ຫລື ນາງປະດົງຄັນ ໄປປະຈຳຢູ່ ຕາມເຂຕ ຊົນນະບົທ ຕາມແຜນກາຣ ຂອງກາຣ ສົ່ງເສີມ ແລະ ປັບປຸງດ້ານ ສາທາຣະນະສຸຂ ໃນທົ່ວປະເທສ ແຕ່ເທົ່າ ປັຈຈຸບັນນີ້ ຍັງບໍ່ປາກົດ ເຫັນເປັນຈິງ ແຕ່ຢ່າງໃດເທື່ອ ແລະ ແມ່ຍີງທີ່ຖືພາ ກໍຍັງຈຳເປັນ ຕ້ອງຄອດລູກ ຢູ່ຕາມບ້ານເຮືອນ ຢູ່ຄືເກົ່າ.

ແມ່ຍີງຊາວລາວ ຊົນເຜົ່າ Akha ຜູ້ໜຶ່ງ ຊື່ສົມມຸດ ວ່ານາຍນ້ອຍ ທີ່ແຂວງບໍ່ແກ້ວ ອາຍຸ 30 ປີ ແລະມີລູກ 3 ຄົນ ໄດ້ບອກເລົ່າ ຕໍ່ຍານາງ Mono Girgis ຜູ້ອຳນວຍກາຣ ອົງກາຣ ຣະຫວ່າງປະເທສ ຢູ່ລາວວ່າ ຕົນບໍ່ເຄີຍເຫັນ ມີເຈົ້າໜ້າທີ່ ຖືກສົ່ງໄປຈາກ ທາງສູນກາງ ແຕ່ຢ່າງໃດ ແລະ ເຖີງຈະມີ ເຈົ້າໜ້າທີ່ ທີ່ມີຄວາມ ຊຳນິຊຳນານ ໃນດ້ານກາຣ ຊ່ວຍເຫລືອ ແມ່ຍີງຄອດລູກນັ້ນ ກໍສຸດແສນ ຈະເປັນກາຣສ້າງ ຄວາມຕື່ນເຕັ້ນ ເຮັດໃຫ້ ປະຊາຊົນ ມີຄວາມດີໃຈ ຢ່າງຫລວງຫລາຍ.

ນາງນ້ອຍ ໄດ້ແຈ້ງຕໍ່ ຍານາງ Girgis ເພີ່ມວ່າ ຢູ່ບ້ານມອນລໍາ ຊຶ່ງເປັນບ້ານ ຂອງຕົນນັ້ນ ເປັນຊຸມຊົນນ້ອຍ ປະມານ 60 ຄອບຄົວ ຊຶ່ງຢູ່ທາງພາຄເໜືອ ຂອງ ແຂວງບໍ່ແກ້ວ ແລະ ວ່າ ເວລາທີ່ແມ່ຍິງ ຄອດລູກນັ້ນ ກໍມັກຈະມີແມ່ຍີງ ຊາວບ້ານດຽວກັນ ທີ່ໃຫ້ກາຣຊ່ວຍເຫລືອ ແມ່ຍິງ ໂດຽທົ່ວໄປ ໃນກາຣຄອດລູກ ແລະ ກໍບໍ່ມີເຈົ້າໜ້າທີ່ ທີ່ເປັນນາງໝໍ ຫລື ນາງປະດົງຄັນ ໄປໃຫ້ກາຣ ຊ່ວຍເຫລືອ ແຕ່ຢ່າງໃດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.