ລາວຍື່ນຂໍທົ່ງໄຫຫີນ ໃຫ້ເປັນມໍຣະດົກໂລກ
ທາງການລາວ ໄດ້ພຍາຍາມ ຊຸກຍູ້ ມາຫຼາຍປີ ຂໍໃຫ້ ທົ່ງໃຫ້ຫີນ ເປັນພື້ນທີ່ ມໍຣະດົກ ໂລກ ໃນປີ 2015.
-
ສິດນີ
2012-04-16 -
-
-
Your browser doesn’t support HTML5 audio
ກົດຟັງສຽງ
ທາງການລາວ ຢາກໃຫ້ ທົ່ງໄຫຫີນ ຕົກເປັນເມືອງ ມໍຣະດົກໂລກ ໃນປີ 2015 ຫລັງຈາກທີ່ ທາງການແຂວງ ໄດ້ຍື່ນ ຄຳຮ້ອງຂໍ ຕໍ່ອົງການ ສະຫະປະຊາຊາດ ມາໄດ້ ຫລາຍປີແລ້ວ. ດັ່ງທ່ານ ໄດ້ກ່າວວ່າ:
"ດຽວນີ້ຫັ້ນ ເພີ່ນຍັງຄົ້ນຄວ້າຢູ່ ເວົ້າເຣື້ອງ ຄວາມພ້ອມ ເວົ້າເຣື້ອງສີ່ງ ຮອງຮັບ ເພີ່ນກໍຢາກ ເລັ່ງສຸມໃສ່ ປີຫນ້ານີ້ ແຫລະ ປີ 2015- 2016 ເພີ່ນກໍຢາກ ເລັ່ງແຜນ ຕາມແນວນັ້ນ".
ທ່ານກ່າວວ່າ ເຖິງແມ່ນວ່າ ທາງການແຂວງ ຍັງບໍ່ສາມາດ ຄ້ຳປະກັນ ໄດ້ ວ່າໃນປີ 2015 ນີ້ ທົ່ງໃຫຫີນ ຈະໄດ້ເປັນ ພື້ນທີ່ ມໍຣະດົກໂລກ ໄດ້ຢ່າງແທ້ຈີງ ແຕ່ ພວກທ່ານ ກໍຈະພຍາຍາມ ເພາະການທີ່ ຈະເປັນພື້ນທີ່ ມໍຣະດົກໂລກ ໄດ້ນັ້ນຫລາຍ ສີ່ງຫລາຍຢ່າງ ຕ້ອງໄດ້ ມາຕຖານ ສາກົນເຊັ່ນ: ໂຮງແຮມ ບ້ານພັກ ບ່ອນທ່ອງທ່ຽວ ການ ບໍຣິການ ນັກທ່ອງທ່ຽວ ຮ່ວມທັງຄວາມ ປອດພັຍ ຂອງ ນັກທ່ອງທ່ຽວ. ເຖິງ ປັດຈຸບັນ ທາງການແຂວງ ກໍໄດ້ປັບປຸງມາ ຫລາຍແລ້ວ ແຕ່ຍັງມີ ບາງກໍຣະນີ ຈະຕ້ອງໄດ້ ປັບປຸງ ເພີ້ມເຕີ່ມ. ແຕ່ພວກທ່ານ ຈະພຍາຍາມ ໃຫ້ແລ້ວ ໃນທ້າຍປີນີ້ ທ່ານກ່າວອີກວ່າ:
"ມັນຈະຫຍຸ້ງຍາກ ນ້ອຍນື່ງ ກ່ຽວກັບ ເສັ້ນທາງ ເພາະວ່າດຽວນີ້ ຢູ່ແຂວງ ຊຽງຂວາງ ພວກເຮົາ ສນາມບິນ ກໍຍັງ ຫຍຸ້ງຍາກຢູ່ ຖ້າວ່າຂະເຈົ້າ ສຳຣວດ ເຣື້ອງສນາມບິນ ຖ້າເປັນ ມໍຣະດົກໂລກ ກໍມີຜົລຫລາຍ".
ເຖິງຢ່າງໃດ ກໍດີ ທ່ານວ່າ ຖ້າຫາກ ທົ່ງໃຫຫີນ ໄດ້ກາຍເປັນ ມໍຣະດົກໂລກ ຈະສ້າງ ຜົລປະໂຫຍດ ໃຫ້ແກ່ແຂວງ ຊຽງຂວາງ ຢ່າງຫລວງຫລາຍ ບໍ່ວ່າທາງ ດ້ານການ ທ່ອງທ່ຽວ ການຄ້າ ແລະການລົງທືນ ພາຍໃນ ແຂວງ ກໍຈະເພີ້ມຂື້ນ.