ລາວຕ້ອງການເພື່ອນບ້ານ ຊ່ວຍປາບກຸ່ມອາສຍາກັມ
2011.05.23

ກົດຟັງສຽງ
ອາສຍາກັມ ຂ້າມຊາດ ເປັນເຄືອຂ່າຍ ທີີ່ມີການ ເຊື່ອມໂຍງ ກັບຫລາຍ ປະເທດ ອ້ອມຂ້າງ ດັ່ງນັ້ນ ທາງການລາວ ຈື່ງຕ້ອງການ ຄວາມຮ່ວມມື ຈາກ ປະເທດ ເພື່ອນບ້ານ ໃນການ ປາບປາມ ກຸ່ມ ດ່ັງກ່າວ. ດັ່ງເຈົ້າ ຫນ້າທີ່ ກະຊວງ ປ້ອງກັນ ຄວາມສງົບ ສປປລາວ ເວົ້າວ່າ:
"ເພື່ອປືກສາ ຫາລື ໃນການປ້ອງກັນ ແກ້ໄຂ ອາຍາກອນ ຂ້າມຊາດ ກ່ຽວກັບ ບັນຫາ ການລັກລອບ ຄ້າຂາຍ ຢາເສບຕິດ ການກໍ່ ການຮ້າຍ ການຄ້າອາວຸດ ການຄ້າມະນຸດ ອາສຍາກັມ ທາງດ້ານ ເສຖກິດ ການກະທຳຜິດ ທາງ ທະນາຄານ ແລະ ການປອມແປງ ບັດເຄຣດິຕ ແລະ ອາສຍາກັມ ອື່ນໆ".
ທ່ານກ່າວ ຕໍ່ໄປວ່າ ບັນຫາ ດ່ັງກ່າວ ເປັນບັນຫາ ທ້າທາຍຕໍ່ ຄວາມຫມັ້ນຄົງ ທາງດ້ານ ການເມືອງ ເສຖກິດ ແລະ ສັງຄົມ ຮ່ວມດ້ວຍ ການພັທນາ ໃນລາວ ແລະ ໃນພາກພື້ນ ຊື່ງ ຄວາມຮ່ວມມື ຈາກປະເທດ ເພື່ອນບ້ານ ເປັນສີ່ງ ສຳຄັນ ເພື່ອແລກປ່ຽນ ຂໍ້ມູນ ຂ່າວສານ ການປະຕິບັດ ງານ ຮ່ວມກັນ ແລະ ການຍົກຣະດັບ ຄວາມສາມາດ ຂອງເຈົ້າຫນ້າທີ່ ລາວ ໃນການ ປາບປາມ ກຸ່ມດ່ັງກ່າວ ເພາະ ພຶດຕິກັມ ການໂຈຣະກັມ ຂອງ ກຸ່ມອາສຍາກັມ ຂ້າມຊາດ ນັບມື້ນັບ ທັນສມັຍ ຂື້ນ ເປັນການຍາກ ໃນການ ປາບປາມ ແລະ ຈັບກຸມ.
ສປປລາວ ເປັນນື່ງ ໃນບັນດາ ປະເທດ ອະນຸພູມີພາກ ແມ່ນ້ຳຂອງ ທີ່ໄດ້ຮັບ ຜົລກະທົບ ຈາກກຸ່ມ ອາສຍາກັມ ຂ້າມຊາດ ທີ່ກຳລັງ ເພີ້ມຄວາມ ຮຸນແຮງຂື້ນ ໄປເລື້ອຍໆ ໃນເວລານີ້. ກຸ່ມອາສຍາກັມ ຂ້າມຊາດ ອາສັຍຊ່ອງວ່າງ ໃນກົດຫມາຍ ລາວ ໃນການ ດຳເນີນງານ ຂອງພວກ ຂະເຈົ້າ ເພາະສານລາວ ບໍ່ໄດ້ ຕັດສີນລົງໂທດ ກຸ່ມດ່ັງກ່າວ ຫລາຍປານໃດ ໃນຣະຍະ ທີ່ຜ່ານມາ.