ກົດຟັງສຽງ
ໂຄງການນີ້ເປັນ ສ່ວນນຶ່ງຂອງ ໂຄງການທາງ ຣົດໄຟ ຢູ່ພາກພື້ນ ເອເຊັຍ ຕາເວັນອອກ ສ່ຽງໃຕ ທີ່ຄາດວ່າ ຈະເຊື່ອມຕໍ່ ຣະຫວ່າງເມືອງ ຄຸນມິງ ຂອງຈີນ ກັບປະເທດ ສິງກະໂປ ໂດຍຜ່ານ ລາວ, ໄທ ແລະ ມາເລເຊັຍ.
ໂຄງການເສັ້ນທາງ ຣະຫວ່າງ ຈີນ ຫາ ລາວ ຈະເລີ້ມກໍ່ສ້າງ ໃນຕົ້ນ ປີ 2011 ທີ່ຈະມາເຖິງນີ້ ແລະຄາດວ່າ ຈະແລ້ວເສັດ ໃນປີ 2014. ປັດຈຸບັນນີ້ ສປປລາວ ມີທາງຣົດໄຟ ຍາວພຽງ ປະມານ 3 ກິໂລ ແມັດ ເຄິ່ງ ທີ່ເຊື່ອມຕໍ່ ຣະຫວ່າງ ແຂວງໜອງຄາຍ ຂອງໄທ ແລະ ທ່ານາແລ້ງ ນະຄອນຫລວງ ວຽງຈັນ.
ກ່ຽວກັບໂຄງການ ກໍ່ສ້າງເສັ້ນທາງ ຣົດໄຟ ຄວາມໄວສູງ ຢູ່ລາວ ຜູ້ສັນທັດ ກໍຣະນີ ທີ່ບໍ່ປະສົງ ອອກຊື່ທ່ານນຶ່ງ ໄດ້ສະແດງ ຄວາມຄິດຄວາມເຫັນ ຕໍ່ຜູ້ສື່ຂ່າວ ເອເຊັຍເສຣີ ວ່າ: ຈິງຢູ່ວ່າ ໂຄງການ ດັ່ງກ່າວນີ້ ຈະຊ່ວຍສົ່ງເສີມ ການພັທນາ ເສຖກິດສັງຄົມ ຂອງລາວ ຮວມທັງ ຈະສົ່ງເສີມ ການຮ່ວມມື ທາງເສຖກິດ ຣະຫວ່າງ ເອເຊັຍ ຕາເວັນອອກ ສ່ຽງໃຕ້ ກັບຈີນ, ແຕ່ສຳລັບລາວ “ ລາວພ້ອມແລ້ວ ຫລືຍັງ“. ແລະວ່າ ໃຫ້ເບິ່ງຄືນ ເສັ້ນທາງຣົດ ໄຟສາຍ ໜອງຄາຍ-ວຽງຈັນ ລາວໄດ້ຮັບ ຜົນປໂຍດຫຍັງແດ່ ຈາກເສັ້ນທາງ ປວັດສາດ ເສັ້ນນີ້ ແລະ ເສັ້ນທາງຖນົນ ສາຍ R3 ຈາກຊາຍແດນຈີນ ຜ່ານດິນລາວ ຮອດເມືອງ ຫ້ວຍຊາຍ ແຂວງບໍ່ແກ້ວ ທີ່ເຊື່ອມຕໍ່ກັບ ແຂວງຊຽງຮາຍ ຂອງໄທ ນັ້ນ ລາວໄດ້ ຮັບຜົນປໂຍດ ຫຍັງແດ່. ນອກຈາກຈະເຫັນ ແຕ່ຣົດຂົນສົ່ງ ສິນຄ້າຂອງຈີນ ແລະໄທ ແລ່ນຜ່ານ ໄປ-ມາ ເຊັ່ນດຽວກັນກັບ ການຣະເບີດແກ້ງ ຕາມລຳ ແມ່ນໍ້າຂອງ ເພື່ອການຂົນສົ່ງ ທາງນໍ້າ ນັ້ນ ຫລາຍປີ ຜ່ານມານີ້ ມີຫຍັງແດ່ ທີ່ໄດ້ສົ່ງເສີມ ເສຖກິດຂອງລາວ. ດັ່ງນັ້ນ ລາວ ຄວນທົບທວນ ເບິ່ງຄືນ ແລະ ມີການວາງແຜນ ເພື່ອຮອງຮັບ ຄວາມຈະເຣີນ ທີ່ຈະມາເຖິງ.