20 ລ້ານດອລລາຣ໌ ສໍາລັບຮັກສາປ່າໄມ້

ທະນາຄາຣ ພັທນາ ເອເຊັຽ ໃຫ້ທຶນຊ່ວຍ ເຫລືອລາວ 20 ລ້ານ ດອລລາຣ໌ ສໍາລັບ ໂຄງກາຣ ປົກປັກຮັກສາ ປ່າໄມ້.

0:00 / 0:00

ກົດຟັງສຽງ

ຄນະບໍຣິຫາຣ ຂອງ ທະນາຄາຣ ພັທນາເອເຊັຽ ຕົກລົງ ໃຫ້ທຶນ ກາຣຊ່ວຍເຫລືອ ແກ່ 3 ປະເທສ ອິນໂດຈີນ ອັນມີ ລາວ ກັມພູຊາ ແລະ ວຽຕນາມ ຮວມເປັນມູລຄ່າ ທັງໝົດ 69 ລ້ານ ດອລລາຣ໌ ສະຫະຣັຖ ສຳລັບໂຄງກາຣ ປົກປັກຮັກສາ ສະພາບປ່າໄມ້ ຕາມເຂຕ ພູດອຍ ຂອງແຕ່ລະ ປະເທສ ໂດຽມີກຳໜົດ ເຣີ່ມແຕ່ເດືອນ ເມສາ 2011 ໄປຈົນຮອດ ປີ 2019.

ສະເພາະ ພາຄສ່ວນກາຣ ຊ່ວຍເຫລືອ ແກ່ທາງກາຣ ລາວ ນັ້ນ ມີມູລຄ່າ ທັງໝົດ 20 ລ້ານ ດອລລາຣ໌ ສຳຫລັບ ໂຄງກາຣປົກປ້ອງ ສະພາບປ່າໄມ້ ໂດຽທົ່ວໄປ ໃນຣະຍະ ດຽວກັນ. ສ່ວນກັມພູຊາ ກໍຈະໄດ້ ຮັບ 19 ລ້ານ ແລະ ວຽຕນາມ 30 ລ້ານ ສຳລັບ ໂຄງກາຣ ປົກປັກຮັກສາ ປ່າໄມ້ ແລະ ໂຄງກາຣ ປູກຕົ້ນໄມ້ ທົດແທນ ເພື່ອໃຫ້ປ່າດົງ ໃນແຕ່ລະ ປະເທສ ມີສະພາບ ຄືນດີເປັນ ປົກກະຕິ ໃນຂັ້ນຕໍ່ໆໄປ.

ເຈົ້າໜ້າທີ່ ຂອງ ທະນາຄາຣ ພັທນາເອເຊັຽ ໄດ້ແຈ້ງຕໍ່ ທາງສື່ມວລຊົນ ຊາບວ່າ ໂຄງກາຣ ປົກປ້ອງ ແລະ ປູກຕົ້ນໄມ້ ທົດແທນດັ່ງກ່າວ ກວມເນື້ອທີ່ ທັງໝົດທັງ 3 ປະເທສ ບໍ່ຕໍ່າກວ່າ 1.9 ລ້ານ ເຮ໊ກຕ໊າຣ໌ ຊຶ່ງສ່ວນຫລາຍ ຈະເປັນເຂຕ ພື້ນທີ່ໆມີ ປະຊາຊົນ ຊົນຊາຕຊົນເຜົ່າ ຕ່າງໆອາສັຍຢູ່ ຢ່າງຫລວງຫລາຍ ທີ່ຮວມເປັນ ທັງໝົດບໍ່ຕໍ່າ ກວ່າ 170,000 ຄົນ.