ຣັຖບານລາວວ່າບໍ່ມີ ການສ້າງເຂື່ອນ

ທາງກາຣລາວ ປະຕິເສດ ຂ່າວກາຣ ສ້າງເຂື່ອນ ໄຊຍະບູຣີ.
ຫວາດ ສີມູນ
2012.07.05

ພາຍຫລັງທີ່ ທາງ ເອເຊັຽເສຣີ ແລະ ສຳນັກງານຂ່າວ BBC ໄດ້ອອກຂ່າວ ໂດຽກາຣ ອ້າງອີງ ຄຳເວົ້າ ຂອງອົງກາຣ ແມ່ນໍ້າສາກົລ ທີ່ວ່າ ໂຄງກາຣສ້າງ ເຂື່ອນ ໄຊຍະບູຣີ ໃນລາວນັ້ນ ມີກາຣດໍາເນີນ ກາຣກໍ່ ສ້າງ ຢ່າງເຕັມກຳລັງ ແຕ່ໃນຂະນະ ດຽວກັນນີ້ ທ່ານໄຊພອນ ບຸນສູ່ ຜູ້ຊ່ວຍ ຣັຖມົນຕຣີ ຊ່ວຍວ່າກາຣ ກະຊວງພລັງງານ ແລະບໍ່ແຮ່ ກໍປະຕິເສດວ່າ:

"ຢືນຢັນວ່າ ພວກເຮົາບໍ່ ໄດ້ກໍ່ສ້າງເນາະ ບໍ່ມີກາຣ ກໍ່ສ້າງເທື່ອ ມີແຕ່ກາຣກໍ່ສ້າງ ຫົນທາງ ແບບທັມດາ ກະຕຣຽມກ່ອນ ທີ່ວ່າດຳເນີນ ກໍໍ່ສ້າງ ໂຄງກາຣສື່ໆ".

ກ່ຽວກັບ ໂຄງກາຣສ້າງເຂື່ອນ ໄຊຍະບູຣີ ດັ່ງກ່າວ ຄາວມີກາຣປະຊຸມ ດ້ານວິຊາກາຣ “ແມ່ນໍ້າຂອງ ສູ່ ຣີໂອ" ຢູ່ປະເທສໄທຽ ໃນຕົ້ນເດືອນ ພຶສພາ ຜ່ານມານີ້ ທ່ານວິລະພົນ ວິລາວົງ ຮອງ ຣັຖມົນຕຣີ ກະຊວງ ພລັງງານ ແລະບໍ່ແຮ່ ກໍໄດ້ແຈ້ງ ຕໍ່ບັນດາ ສື່ມວລຊົນ ສາກົລວ່າ "ກາຣສ້າງເຂື່ອນ ມີຄວາມ ສຳຄັນ ຕໍ່ກາຣພັທນາ ປະເທສ" ແລະວ່າ ສະເພາະ "ກາຣສ້າງເຂື່ອນ ໄຊຍະບູຣີ ນັ້ນ ບໍ່ຖືເປັນກາຣ ລະເມີດ ມະຕິ ຄະນະ ກັມມາທິກາຣ ແມ່ນໍ້າຂອງ ຫລື MRC ແລະ ເຂື່ອນແຫ່ງນີ້ ກໍຈະບໍ່ສ້າງ ຜົລກະທົບ ດັ່ງທີ່ຫລາຍ ຝ່າຍມີຄວາມ ກັງວົນ" ນຳນັ້ນ ແຕ່ຢ່າງໃດ.

ຢ່າງໃດກໍຕາມ ເຖີງແມ່ນວ່າ ທາງກາຣລາວ ຢືນຢັນວ່າ ບໍ່ມີຄວາມ ຄືບໜ້າ ຂອງໂຄງກາຣ ສ້າງເຂື່ອນ ນີ້ກໍຕາມ ແຕ່ທາງກາຣລາວ ກໍປະຕິເສດ ຂໍ້ຮຽກຮ້ອງ ຂອງເຄືອຂ່າຍ ປະຊາຊົນ 8 ແຂວງ ໃນລຸ່ມ ແມ່ນໍ້າຂອງ ໃນໄທຽ ແລະ ສື່ມວລຊົນ ນາໆຊາຕ ທີ່ຕ້ອງກາຣ ເຂົ້າໄປ ສັງເກດກາຣ ເບີ່ງໃນພື້ນທີ່ ດັ່ງກ່າວ ນີ້ເຊັ່ນກັນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.