ລາວພະມ້າຮ່ວມມື ດ້ານນິຕິບັນຍັດ

ລາວ ແລະ ພະມ້າ ຫາຊ່ອງທາງ ສົ່ງເສີມ ຮ່ວມມື ດ້ານ ນິຕິບັນຍັດ ຣະຫວ່າງກັນ ແລະ ໃນເວທີ ສາກົນ.

0:00 / 0:00

ເຈົ້າໜ້າທີ່ ຂອງ ທັງສອງ ປະເທດ ໄດ້ສະແດງ ຄວາມເຫັນພ້ອມ ເປັນອັນນຶ່ງ ອັນດຽວກັນ ເມື່ອພົບພໍ້ກັນ ຢູ່ ນະຄອນຫລວງ ວຽງຈັນ ໃນມື້ວານນີ້ ໃນການມາ ຢ້ຽມຢາມ ຂອງ ສະມາຊິກ ຣັຖສະພາ ພະມ້າ ນໍາໂດຍ ໂຄສົກ ສະພາ ທ່ານ U Khin Aung Myint.

ຍານາງ ປານີ ຢາທໍ່ຕູ້ ປະທານ ສະພາ ແຫ່ງຊາດລາວ ແນະນໍາວ່າ ຄວນໃຫ້ມີ ການຢ້ຽມຢາມ ເພື່ອແລກປ່ຽນ ປະສົພການ ໃນຫລາຍໆ ລະດັບ ໂດຍສະເພາະ ວິຊາການ ດ້ານເທັກນິກ ແລະ ການຝຶກອົບຮົມ ບຸຄລາກອນ.

ທັງລາວ ແລະ ພະມ່າ ໄດ້ຮັກສາ ຄວາມສໍາພັນ ລະຫວ່າງກັນ ເປັນຢ່າງດີ ໂດຍການເດີນທາງ ຢ້ຽມຢາມ ຊຶ່ງກັນແລະກັນ ຂອງ ຜູ້ນໍາສອງຝ່າຍ ຢ່າງເປັນ ປົກກະຕິ.
ຍານາງ ປານີ ໄດ້ກ່າວຍ້ອງຍໍ ການມາຢ້ຽມຢາມ ຂອງຝ່າຍ ພະມ້າ ທີ່ໄດ້ສົ່ງເສີມ ພັທນາ ຄວາມສໍາພັນ ຂອງ ສອງປະເທດ ເພື່ອນບ້ານ ແລະ ໄດ້ເຮັດໃຫ້ ຄວາມສໍາພັນ ໃນດ້ານ ນິຕິບັນຍັດ ມີຄວາມແໜ້ນ ແຟ້ນຂຶ້ນ.

ສ່ວນທ່ານ Khin Aung Myint ກໍໄດ້ເຫັນ ໂອກາດ ໃນການຂຍາຍ ການຮ່ວມມື ຂອງ ສອງສະພາ ພາຍໃນຂອບ ຂອງ ອາຊຽນ ແລະ ພາຍໃນສາມ ເສົາຫລັກ ຂອງ ສະພາ ອາຊຽນ.