ລາວລູ້ນໃໝ່ໄດ້ສໍາພັດ ອິສຣະໂລກພາຍນອກ

ຊາວໜຸ່ມລາວ ທີ່ໄດ້ສໍາພັດ ກັບ ໂລກພາຍນອກ ມັກນິຍົມ ວັທນະທັມ ຕ່າງຊາດ ທີ່ມີສິດ ເສຣີພາບ ຈື່ງພາກັນ ຮູ້ສຶກ ຢາກເປັນໂຕເອງ ຫລາຍຂຶ້ນ.
ໂພໄຊສວັດ
2012.02.02
F-Lao-costume ການແຕ່ງກາຍ ຂອງແມ່ຍິງລາວ ທີ່ມີສີສັນ ອັນສງ່າງາມ
lpblogspot

ກົດຟັງສຽງ

ຊາວໜຸ່ມ ເຍົາວະຊົນລາວ ສ່ວນໃຫຍ່ ມັກປະພຶດ ຕາມຄ່ານິຍົມ ທີ່ໄດ້ຮັບ ແລະ ຮຽນແບບ ມາຈາກ ຕ່າງປະເທດ ເຊັ່ນການນຸ່ງຖື ການຢູ່ກິນ ການໃຊ້ສິດ ຢ່າງເສຣີ ໃນການ ສະແດງອອກ ເຣື່ອງແນວຄິດ.

ຊາວໜຸ່ມ ເຍົາວະຊົນ ລາວ ສ່ວນຫລາຍ ເຮັດຕາມ ວັທນະທັມ ຂອງ ຊາວຕ່າງຊາດ ຫລາຍຂຶ້ນ. ດັ່ງເຈົ້າໜ້າທີ່ ກົມ ວັທນະທັມ ມະຫາຊົນ ອະທິບາຍວ່າ:

”ມັນກາຍເປັນ ຄ່ານິຍົມໃໝ່ ຂອງວັຍລຸ້ນ ເດັກເຂົາ ກໍຕາມກະແສ ຂ່າວໄດ້ ທຸກໆວັນ ຮຽນແບບ ຈາກເມືອງນອກ ມາວ່າ ຢູ່ເມືອງນອກ ເຂົາເຮັດອັນນີ້ ກໍໄດ້ ເຮັດອັນນັ້ນ ກໍໄດ້ ເຂົາມີ ປະຊາທິປະໄຕ ແຕ່ເປັນຫຍັງ ຢູ່ນີ້ ເຮັດບໍ່ໄດ້”.

ທ່ານເວົ້າຕໍ່ໄປວ່າ ໃນນະຄອນຫລວງ ວຽງຈັນ ວັທນະທັມ ຕາເວັນຕົກ ຈະແພ່ຫລາຍ ເຍົາວະຊົນ ຈໍານວນນຶ່ງ ກໍຮຽນແບບ ໂດຍຖືວ່າ ເປັນຄວາມທັນສມັຍ ຊຶ່ງການກະທໍາ ດັ່ງກ່າວ ປະຊາຊົນ ກໍເຮັດໄດ້ແຕ່ຕ້ອງຢູ່ ໃນຂອບເຂດ ຄວາມເໝາະສົມ ເພາະການກະທໍາ ດັ່ງກ່າວ ຫາກປ່ອຍປະ ລະເລີຍ ຈະກໍ່ໃຫ້ເກີດບັນຫາ ຈາກຄ່ານິຍົມ ທີ່ຜິດໆ ເຊັ່ນການນຸ່ງຫົ່ມ ທີ່ສັ້ນເຂີນ ຈົນເກີນຄວນ ຈົນເປັນການ ຍົ້ວຍວນ ກໍ່ໃຫ້ເກີດ ຄະດີຂົ່ມຂືນ ໂດຍສະເພາະ ການນຸ່ງຖື ຂອງ ນັກຮຽນຍິງ ທີ່ເປີດແປນ ຈົນບໍ່ເໝາະສົມ.

ທີ່ຜ່ານມາ ກະຊວງ ວັທນະທັມ ກໍໄດ້ພຍາຍາມ ຫ້າມປາມ ການປະພຶດ ດັ່ງກ່າວ ໂດຍການ ເຜີຍແພ່ສິລປະ ວັທນະທັມ ແບບລາວໆ ໃຫ້ຊາວໜຸ່ມ ເຍົາວະຊົນ ໄດ້ຮຽນຮູ້ ປະຕິບັດຕາມ ແຕ່ກໍ ປະຕິເສດ ບໍ່ໄດ້ວ່າ ຄ່ານິຍົມ ວັທນະທັມ ຕ່າງຊາດ ມີອິດທິພົນສູງ ສໍາລັບ ຊາວໜຸ່ມ. ນອກຈາກນີ້ ທາງກະຊວງວັທນະທັມ ຍັງໄດ້ສົ່ງເສີມ ການອະນຸຮັກ ສິລປະ ວັທນະທັມ ລາວ ໂດຍການ ຊັກຊວນ ໃຫ້ຟັງເພງລາວ, ເວົ້າພາສາລາວ ນຸ່ງເຄື່ອງໃຫ້ ສຸພາບຮຽບຮ້ອຍ ແລະ ສັ່ງຫ້າມບໍ່ໃຫ້ ເຍົາວະຊົນ ໜຸ່ມສາວລາວ ຍ້ອມຜົມສີທອງ ຫ້າມບໍ່ໃຫ້ ແມ່ຍິງ ນຸ່ງສົ້ງ ຫລືກະໂປ່ງ ຫລືໃສ່ເສື້ອ ເປືອຍທ້ອງ ເປີດໜ້າເປີດຫລັງ ເຂົ້າໄປຣ່ວມ ງານບຸນ ຫຼື ພິທີຕ່າງໆ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
Feb 02, 2012 10:18 PM

ພະຫະລຶໄທດອນເມືອງ ຊື່ເລື່ອງລະບືໄກ ທຸກຄົນພາກພູມໃຈ ໃນສັກສີ-ພທດ ຊື່ສັດແລະເມດຕາ ວິຊາການລ້ຳເລີດ ພ້ອມເທີດຄຸນນະທຳ ເປັນຄະຕິປະຈຳໃຈ ຟ້າຂາວຄືສັນຍະລັກ
ທຸກຄົນປະຈັກໃນຄຸນຄ່າ ຮັກກັນຄົງມັ່ນຊັ່ວດິນຟ້າ
ເທີດພະກະລຸນາພະຫະລຶໄທ

Anonymous
Dec 09, 2013 10:44 PM

ilai


[ຄໍາເຫັນນີ້ໄດ້ຖືກກວດແກ້ ໂດຍບັນນາທິການ ເອເຊັຽເສຣີ ອີງຕາມເງື່ອນໄຂການນໍາໃຊ້ ]