ທ່ານບົວສອນບຸບຜາວັນ ຂາດພັກສນັບສນູນ

ອະດີດ ນາຍົກ ຣັຖມົນຕຣີ ລາວ ຂາດການ ສນັບສນູນ ຈາກພັກ ຄອມມຸຍນິສ ລາວ.
ສິດນີ
2010.12.28

ກົດຟັງສຽງ

ນັກວິເຄາະ ການເມືອງ ກ່າວວ່າ ອະດີດ ນາຍົກຣັຖມົນຕຣີ ລາວ ທ່ານ ບົວສອນ ບຸບຜາວັນ ຜູ້ທີ່ໄດ້ລາອອກ ກ່ອນກຳນົດ ວ່າງ ອາທິດກ່ອນ, ໄດ້ສັນຍາ ວ່າຈະທຳການ ປາບປາມ ການສໍ້ຣາສ ບັງຫລວງ ແຕ່ບໍ່ເຄີຍ ໄດ້ຮັບການ ສນັບສນູນ ຢ່າງເຕັມປ່ຽມ ຈາກພັກ ຄອມມຸຍນິສລາວ.

ທ່ານ ເຄນທອງ ນວນທະສີງ ໂຄສົກຣັຖບານ ໄດ້ກ່າວຕໍ່ ນັກຂ່າວ AFP ຈາກ ສປປລາວ ວ່າ ທ່ານ ບົວສອນ ໄດ້ກ່າວຕໍ່ ສະມາຊີກ ສະພາ ໃນການລາອອກ ຂອງທ່ານວ່າ ທ່ານບໍ່ສາມາດ ດຳຣົງຕຳແໜ່ງ ນາຍົກຣັຖມົນຕຣີ ໄດ້ຕໍ່ໄປ ຍ້ອນເຫດຜົລ ທາງຄອບຄົວ. ແຕ່ທ່ານ Martin Stuart Fox ນັກຊ່ຽວຊານ ການເມືອງລາວ ແລະ ສາສດາຈານ ຈາກ ມະຫາວິທຍາລັຍ ຄີນສແລນ ທີ່ປະເທດ ອອສເຕຣເລັຽ ເວົ້າວ່າ: ການລາອອກ ຂອງ ທ່ານ ບົວສອນ ສ້າງຄວາມຕົກ ຕະລຶງໃຫ້ແກ່ ຫລາຍພາກສ່ວນ ໃນຊ່ວງການ ແຕ່ງຕັ້ງ ໃຫ້ທ່ານເປັນ ນາຍົກຣັຖມົນຕຣີ ທ່ານສັນຍາ ວ່າຈະທຳ ການປາບປາມ ການສໍ້ຣາສ ບັງຫລວງ ໃນລາວ ຢ່າງຈິງຈັງ ແຕ່ກໍ່ຍັງມີ ຢູ່ຢ່າງຫລວງຫລາຍ ໃນປັດຈຸບັນ.

ທ່ານ ບົວສອນ ຂາດການ ສນັບສນູນ ຈາກພັກ ຄອມມຸຍນິສລາວ ມາແຕ່ຕົ້ນ ໃນສິ່ງທີ່ທ່ານ ພຍາຍາມ ສ້າງຂື້ນ ຫລັງຈາກກອງ ປະຊຸມພັກ ຄັ້ງກ່ອນ ແຕ່ກໍຫລົ້ມເຫລວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
Aug 05, 2012 03:23 AM

ຢາກຮູ້ວ່າລັດຖະບານລາວກຽມຮັບມືໃນການເຂົ້າເປັນ ສະມາຊິກປະຊາຄົມອາຊ່ຽນແນວໃດ (ຕອບໃນລາຍການອາລຸນວັນໃໝ່) ຂໍຂອບໃຈ

Anonymous
Sep 10, 2012 08:46 PM

ການສຸດຈະລິດອັນກ້ວາງຂວາງຢູ່ລາວ ຈົນເກີດເປັນປະກົດການຫຍໍ້ທໍ້ ໃນສັງຄົມລາວປະຈຸບັນ ຮູ້ສຶກວ່າຫນ້າເປັນຫ່ວງຫລາຍ ແຕ່ບັນດາຜູ້ນຳລາວໃນຊຸດປະຈຸບັນ ເຫັນວ່າ ບໍ່ໄດ້ຈີງຈັງກັບການແກ້ໄຂເລື່ອງນີ້ ຊື່ງບັນຫານີ້ຮູ້ສຶກວ່າຫນ້າເປັນຫ່ວງ ເຖີງຊາຕາກຳຂອງບ້ານເມືອງຫລາຍ ລວມເຖີງຊາຕາກຳທາງບົດບາດ ຊື່ສຽງກຽດຕິຍົດພັກ
ທີ່ກຳອຳນາດອີກດ້ວຍ.