ສາທາຣະນະສຸຂ ລາວໄທຕ້ານໂຣຄຕິດຕໍ່
2010.11.17
ກົດຟັງສຽງ
ການປະຊຸມ ກ່ຽວກັບແຜນ ປ້ອງກັນການ ຣະບາດ ຂອງໂຣກຕິດຕໍ່ ຣະຫວ່າງ ຄົນແລະສັດ ໂດຍການ ເປັນເຈົ້າພາບ ຂອງສຳນັກງານ ສາທາຣະນະສຸຂ ແຂວງ ມຸກດາຫານ ຊຶ່ງຈັດຂຶ້ນ ໃນວັນທີ 16 ແລະ 17 ພຶສຈິກາ 2010 ນີ້.
ນອກຈາກ ດຣ. ສຸໃຫຍ່ ຫລິ່ມໂຕປະເສີດ ແລະ ຜູ້ຕາງໜ້າ ສຳນັກງານ ສາທາຣະນະສຸຂ ແຂວງ ມຸກດາຫານ ແລ້ວ ກໍມີ ດຣ. ປະນອມ ພອງມະນີ ຫົວໜ້າ ຜແນກ ສາທາຣະນະສຸຂ ແຂວງ ສວັນນະເຂດ ແລະ ພະນັກງານ ທີ່ກ່ຽວຂ້ອງ ຕລອດເຖິງ ຜູ້ແທນຈາກ ມູນນິທິ ຄີນັນ ແຫ່ງເອເຊັຍ, ຜູ້ແທນຈາກ USAID AED FAO, ເຈົ້າໜ້າທີ່ ຈາກກະຊວງ ສາທາຣະນະສຸຂ ຂອງລາວ ແລະໄທ ແລະພາກສ່ວນ ຕ່າງໆ ທີ່ກ່ຽວຂ້ອງ ກໍເຂົ້າຮ່ວມ ໃນກອງປະຊຸມ. ມີການແລກປ່ຽນ ແນວຄິດຄວາມຮູ້, ປະສົພການ ແລະ
ຂໍ້ມູນຂ່າວສານ ກ່ຽວກັບໂຣກ ຣະບາດ ດັ່ງກ່າວ ຊຶ່ງທີ່ຜ່ານມາ ຣະຫວ່າງ ລາວໄທ ກໍໄດ້ມີ ການຮ່ວມມືກັນ ຕາມຊາຍແດນ ໃນທຸກດ້ານ ຢ່າງຕໍ່ເນື່ອງ ໂດຍມີ ຈຸດປະສົງ ຮ່ວມກັນ ຄືການມີ ສຸຂພາບດີ ຂອງ ປະຊາຊົນ ທັງ 2 ປະເທດ.
ພ້ອມກັນນັ້ນ ໃນກອງປະຊຸມ ຄັ້ງນີ້ ຍັງໄດ້ແລກປ່ຽນ ຂໍ້ມູນຂ່າວສານ ເພື່ອໃຫ້ກົນໄກ ປ້ອງກັນ ແລະ ຄວບຄຸມໂຣກ ໃນແຕ່ລະຣະດັບ ນັ້ນໄດ້ຮັບຜົນ ຮວມທັງປະເມີນ ຄວາມສາມາດ ຂອງການ ປະຕິບັດ ງານຮ່ວມກັນ ຂອງ 2 ປະເທດ ນຳດ້ວຍ.