ບັນຫາຕາມລໍານໍ້າຂອງ ຍັງຕ້ອງແກ້ໄຂ
2012.02.10
ກົດຟັງສຽງ
ໃນການໃຫ້ ຖແລງຂ່າວ ຕໍ່ສື່ມວນຊົນ ຂອງ ທ່ານ ພົນໂທ ດວງໃຈພິຈິດ ຣັຖມົນຕຣີ ປ້ອງກັນປະເທດ ສປປ ລາວ ທີ່ເປັນ ປະທານຮ່ວມ ກອງປະຊຸມ ຄນະກັມມະການ ຮ່ວມມື ຮັກສາ ຄວາມປອດພັຍ ແລະ ຄວາມ ເປັນລະບຽບ ຮຽບຮ້ອຍ ໄທ-ລາວ ທີ່ບາງກອກ ປະເທດໄທ ໃນຕອນເຊົ້າ ວັນສຸກນີ້ວ່າ: ປັດຈຸບັນ ຕາມຊາຍແດນ ແມ່ນໍ້າຂອງ ລາວ-ໄທ ຍັງມີບັນຫາ ເກີດຂື້ນຢູ່ ແຕ່ເປັນບັນຫາ ເລັກໆນ້ອຍໆ ບໍ່ແມ່ນບັນຫາ ໃຫ່ຽໆ ທີ່ກ່ຽວຂ້ອງ ກັບຊາຍແດນ ແຕ່ຢ່າງໃດ. ດັ່ງທ່ານໄດ້ກ່າວ:
"ໃນຍາມມໍ່ໆ ມານີ້ ກະຕາມ ລໍາ ແມ່ນໍ້າຂອງ ລາວ-ໄທ ກະບໍ່ມີ ບັນຫາຫຍັງ ໃຫ່ຽ ແນ່ນອນ ການຂ້າມໄປ ຂ້າມມາ ເຂົ້າເມືອງ ຜິດກົດໝາຍ ນີ້ມີ ແຕ່ເຣື້ອງ ບັນຫາອື່ນໆ ຈະມີຜົນກະທົບ ຕໍ່ສອງ ປະເທດນີ້ ການເຄື່ອນໄຫວ ຂອງ ເຈົ້າໜ້າທີ່ບໍ່ ລະເມີດ ຫລື ຄວາມຮຸນແຮງ ບໍ່ທັນມີຫຍັງ".
ທ່ານ ດວງໃຈວ່າ ຍ້ອນການ ປະສານງານ ຮ່ວມມືກັນ ຂອງເຈົ້າໜ້າທີ່ ທັງສອງຝ່າຍ ເຮັດໃຫ້ ຂະບວນການ ລັກລອບ ຜິດກົດໝາຍ ຕາມຊາຍແດນ ມີຫນ້ອຍລົງ, ແຕ່ຕ້ອງການ ຢາກໃຫ້ຝ່າຍໄທ ເພີ້ມການ ຕິດຕາມ ສີ້ງຊອມ ທາງຝັ່ງໄທ ໃຫ້ລະອຽດ ເພາະວ່າ ພວກທີ່ບໍ່ ຫວັງດີຕໍ່ ສປປລາວ ຍັງອາດຫລົບລີ້ຢູ່. ໃນຂນະດຽວກັນ ພົນອາກາດເອກ ສຸກໍາພົນ ສຸວັນນະທັດ ຣັຖມົນຕຣີ ກະຊວງ ປ້ອງກັນ ປະເທດໄທ ຢືນຢັນວ່າ ຕາມ ແນວຊາຍແດນ ແມ່ນໍ້າຂອງ ນັ້ນຍັງມີ ບັນຫາຢູ່:
"ຕອນນີ້ ເຣື້ອງທາງນໍ້າຂອງ ບັນຫານີ້ ບໍ່ມີ ບັນຫາທີ່ມີ ແມ່ນເຣື້ອງ ການລັກລອບ ສິ່ງຂອງຕ່າງໆ ເຂົ້າມາ ບ້າງເລັກນ້ອຍ ເຊັ່ນ ຢາເສພຕິດ ກໍດີ ຫລືວ່າ ລັກລອບ ເຂົ້າເມືອງ ເທົ່ານັ້ນເອງ ບໍ່ແມ່ນບັນຫາ ເຣື້ອງ ຊາຍແດນ ໂດຍສະເພາະ".
ເຖິງຢ່າງໃດ ກໍດີ ທ່ານ ພົນໂທ ດວງໃຈ ແລະທ່ານ ພົນ ອາກາດເອກ ສຸກໍາພົນ ກ່າວຢໍ້າວ່າ ທັງສອງປະເທດ ຈະສືບຕໍ່ ກວດກາ ຕາມຊາຍແດນ ຕໍ່ໄປ ແລະ ຈະພຍາຍາມ ແກ້ໄຂບັນຫາ ທີ່ເກີດຂື້ນ ຕາມຊາຍແດນ ໃຫ້ຄ່ອຍໆ ໝົດໄປ.