ປະຊາຊົນຄວນມີສ່ວນ ຕັດສິນເຣື່ອງເຂື່ອນ

ຊົນຊາວລາວ ເວົ້າວ່າ ຣັຖບານ ຄວນໃຫ້ ປະຊາຊົນ ມີສ່ວນຮ່ວມ ຕັດສິນໃຈ ໃນການ ສ້າງເຂື່ອນ.
ສິດນີ
2012.11.15
F-xayaburi ໃຈກາງເມືອງ ໄຊຍະບູຣີ
RFA/Mekdara

ຫລັງຈາກທີ່ ຣັຖບານລາວ ໄດ້ປະກາດ ໃຫ້ເລີ້ມການ ສ້າງເຂື່ອນ ໄຊຍະບູຣີ ຢ່າງເປັນ ທາງການ ໃນວັນທີ 7 ເດືອນ ພຶສຈິກາ 2012 ເຖິງແມ່ນວ່າ ຈະມີ ການຄັດຄ້ານ ຈາກ ຫລາຍປະເທດ ແລະ ອົງການ ສິ່ງແວດລ້ອມ ກໍຕາມ. ຜູ້ສື່ຂ່າວ ເອເຊັຽເສຣີ ຈື່ງໄດ້ສອບຖາມ ໄປຍັງຊາວລາວ ກ່ຽວກັບ ໂຄງການ ດັ່ງກ່່າວ ແລະ ກໍໄດ້ຄຳຕອບວ່າ: ຣັຖບານ ຄວນໃຫ້ ປະຊາຊົນ ມີສ່ວນຮ່ວມ ໃນການ ຕັດສິນໃຈ. ດັ່ງຄົນລາວ ຜູ້ນື່ງເວົ້າວ່າ:

"ແນ່ນອນວ່າ ຊັພຍາກອນ ທັມມະຊາດ ແລະ ສິ່ງຕ່າງໆ ທີ່ນຳໃຊ້ເຂົ້າ ໃນຂະບວນການ ພັທນາ ພະລັງງານ ເປັນຂອງ ຫມົດທຸກຄົນ ເປັນຂອງ ປະເທດ ພະລັງງານ ຄືຣາຍຮັບຫລັກ ທີ່ເຂົ້າມາ ໃນປະເທດ ມັນກໍມີ ຜົລກະທົບ ຫລືວ່າ ມີຜົລ ຕໍ່ການພັທນາ ປະເທດ ຂອງພວກເຮົາ ເພາະສະນັ້ນ ເຮົາຊີ່ມີ ສ່ວນຮ່ວມ ສ່ວນກ່ຽວຂ້ອງ ໃນຕອນນີ້ ຣາຍໄດ້ທີ່ໄດ້ ມາຫມູນໃຊ້ ດ້ວຍວິທີໃດ".

ເລົາເວົ້າ ຕໍ່ໄປວ່າ ປະຊາຊົນ ຄວນມີສ່ວນຮ່ວມ ຮູ້ຂ່າວສານ ສາມາດສະແດງ ຄວາມຄິດຄວາມເຫັນ ກ່ອນການ ຕັດສິນໃຈ ລົງມືສ້າງ ຂອງຣັຖບານ ເນື່ອງຈາກວ່າ ເປັນຜົລປະໂຫຍດ ຂອງທຸກຄົນ ແລະ ກໍເປັນຜົລກະທົບ ທັງປະເທດ.

ໃນຂະນະດຽວກັນ ກໍມີ ປະຊາຊົນ ອີກຄົນນື່ງ ໄດ້ສະແດງ ຄວາມຄິດ ຄວາມເຫັນວ່າ ຣັຖບານ ຄວນເປີດເຜີຍຂໍ້ມູນ ໃຫ້ປະຊາຊົນ ແລະ ບໍ່ຍອມໃຫ້ ນາຍທຶນ ມາຄອບງຳໄດ້. ດັ່ງນາງ ເວົ້າວ່າ:

"ບໍ່ແມ່ນ ຣັຖບານຊ້ຳ ຣັຖບານ ຍັງມີຄົນອື່ນ ມາບັງຄັບ ຣັຖບານ ມັນເປັນ ເອກກະຊົນ ທີ່ວ່າ ມີເງີນຫລາຍ ມາບັງຄັບຣັຖ ບໍ່ໃຫ້ຣັຖເວົ້າ ຣັຖກໍຍັງໄປ ຕົກລົງ ຢູ່ພາຍໃຕ້ ຄົນອື່ນ ບໍ່ແມ່ນວ່າຣັຖ ມີສິດ. ດຽວນີ້ເດ້ ບ້ານເຮົານີ້ ບໍ່ແມ່ນວ່າຣັຖໃຫຍ່ ມັນແມ່ນ ນາຍທືນໃຫຍ່ ກວ່າຣັຖ".

ນາງກ່າວ ຕໍ່ໄປວ່າ ຍົກຕົວຢ່າງ ໂຄງການ ເຂື່ອນ ໄຊຍະບູຣີ ຂໍ້ມູນສ່ວນຫລາຍ ມາຈາກ ປະເທດໄທ ເປັນຫຍັງ ຈື່ງບໍ່ມາຈາກ ຣັຖບານລາວ ຣັຖບານລາວ ຄວນໃຫ້ຂໍ້ມູນ ແກ່ປະຊາຊົນ ຫລາຍກວ່ານີ້ ແລະໃຫ້ ປະຊາຊົນ ມີສ່ວນຮ່ວມ ໃນການ ຕັດສິນໃຈ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.