ຊາວລາວຕ້ອງເຫັນດີ ນໍາແຜນພັທນາຂອງຣັຖ

ຊາວລາວ ບໍ່ມີສິດ ທີ່ຈະຕໍ່ວ່າ ທັກທ້ວງ ຄັດຄ້ານ ໂຄງການ ພັທນາ ເຂດ ເສຖກິດ ພິເສດ ຂອງຣັຖບານ.
ໂພໄຊສວັດ
2012.01.06
F-Boten-people ຊາວບ້ານ ຄົນພື້ນເມືອງ ຂອງເຂດເສຖກິດ ພິເສດ ບໍ່ເຕັນແດນຄໍາ ທີ່ຄອງຖ້າ ຢາກເຫັນ ຄວາມຈະເຣີນ ມາໄດ້ຫຼາຍປີແລ້ວ
RFA

ກົດຟັງສຽງ

ຣັຖບານ ສປປລາວ ໄດ້ ອະນຸມັດ ໃຫ້ ສໍາປະທານ ພື້ນທີ່ດິນ ເພື່ອພັທນາ ເປັນເຂດ ເສຖກິດ ພິເສດ ແລະເຂດ ເສຖກິດ ສະເພາະ ເພື່ອພັທນາ ປະເທດ ສ່ວນຫຼາຍ ການໃຫ້ ສໍາປະທານ ທີ່ດິນ ກໍກວມເອົາ ທີ່ດິນ ຂອງ ປະຊາຊົນ ຈຶ່ງເກີດ ການຂັດແຍ່ງ ແຕ່ກໍບໍ່ ສາມາດ ຂັດຂືນຕໍ່ວ່າ ຣັຖບານ ໄດ້ແຕ່ຢ່າງໃດ: ດັ່ງຄົນລາວ ຜູ້ນຶ່ງ ໃນແຂວງ ຈໍາປາສັກ ໄດ້ໃຫ້ຂໍ້ ຄິດເຫັນ ສ່ວນຕົວວ່າ:

"ຖ້າໄປຖືກ ເປັນຂອງ ປະຊາຊົນ ກະຊິບໍ່ດີ ມັນກໍບໍ່ດີ ບັງຄັບ ປະຊາຊົນ ເພາະວ່າ ບາງເທື່ອ ມັນກໍໄປ ແຕະຕ້ອງ ຂະເຈົ້າ ແຕ່ວ່າເວົ້າ ບໍ່ໄດ້ ມັນຣັຖບານ ອະນຸຍາດ ໃຫ້ແລ້ວ ປະຊາຊົນ ມັນເວົ້າຫຍັງ ບໍ່ໄດ້ ບ້ານເມືອງ ລາວເຮົາ ນີ້ໜາ ຣັຖບານລາວ ເວົ້າແລ້ວໆ ແຕ່ມັນຖືກໃຈ ຫລືບໍ່ຖືກ ມັນກໍບໍ່ຮູ້ ແນວໃດ".

ຊາຍຜູ້ນີ້ ເວົ້າອີກວ່າ ຣັຖບານ ໄດ້ອະນຸມັດ ພື້ນທີ່ດິນ ໃຫ້ນັກລົງທຶນ ຕ່າງຊາດ ຈໍານວນຫລາຍ ແລະ ປະຊາຊົນ ຕ້ອງໄດ້ ໂຍກຍ້າຍ ຈາກພື້ນທີ່ດິນ ຂອງຕົນ ໂດຍບໍ່ໄດ້ຮັບ ຄ່າຕອບແທນ ທີ່ສົມຄວນ ແຕ່ກໍບໍ່ ສາມາດ ຕໍ່ວ່າ ຮຽກຮ້ອງ ຫລືແມ່ນແຕ່ ອອກຄວາມຄິດເຫັນ ຫຍັງໄດ້ເລີຍ.

ສ່ວນຄົນລາວ ຜູ້ນຶ່ງ ໃນ ນະຄອນຫລວງ ວຽງຈັນ ມີຄວາມ ດີອົກດີໃຈ ເຫັນພ້ອມກັບ ການພັທນາ ເຂດເສຖກິດ ພິເສດ ໃນລາວ ຊື່ງຈະເຮັດ ໃຫ້ສປປລາວ ຈະເຣີນຮຸ່ງເຮືອງ ໃນພາຍພາກໜ້າ. ຄົນລາວຜູ້ນີ້ ເວົ້າວ່າ:

"ໃນນາມສ່ວນໂຕ ທີ່ເປັນຄົນລາວ ກໍດີ ເຂດເສຖກິດ ເພາະວ່າ ປະເທດລາວ ຕ້ອງການ ການພັທນາ ຕົວຢ່າງສໍາລັບ ປະເທດລາວ ບໍ່ມີການ ພັທນາແລ້ວ ປະເທດລາວ ກໍຈະທຸກຍາກ ຕລອດ ຕ້ອງມີຄວາມ ຈໍາເປັນ ໃນການພັທນາ".

ສປປ ລາວ ມີເຂດ ເສຖກິດພິເສດ 6 ແຫ່ງ ຄື: ສວັນ-ເຊໂນ ບໍ່ເຕັນແດນຄໍາ ສາມຫລ່ຽມຄໍາ ບໍ່ແກ້ວ ແລະໃນອີກ 10 ປີ ຣັຖບານ ມີແຜນການ ຈະສ້າງເຂດ ເສຖກິດພິເສດ ທັງໝົດ 41 ແຫ່ງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
Jan 06, 2012 09:27 AM

ຍາກເຮັດຫຍັງກໍ່ເຮັດເລີຍຍົກມາຖາມຄວາມເຫັນກັນເຮັດຫຍັງໃນເມື່ອຄວາມເຫັນຂອງຄົນອື່ນຫຼືປະຊາຊົນບໍ່ມີຄວາມໝາຍຕ້ອງປະຕິບັດຕາມແນວທາງຂອງເຈົ້າຢູ່ແລ້ວມີບ່ອນໃດຫາຄວາມຍຸດຕິທຳ

Anonymous
Jan 06, 2012 09:22 AM

ເຖິງຈະແມ່ນລັດຖະບານທຸກຢ່າງທີຈະເຮັດຫຼືດຳເນີນການຄວນຄຳໜຶ່ງເຖິງຄວາມເພິ່ງພໍໃຈຂອງປະຊາຊົນແດ່ໜ້ອຍໜຶ່ງກໍ່ດີແລະຄວນຄຳນຶງເຖິງສິ່ງແວດລ້ອມແລະທຳມະຊາດໄປນຳເພື່ອໂລກທີມີຄວາມໜ້າຢູ່ດ້ວຍອາກາດບໍລິສຸດເຖິງຈະຮັ່ງມີແຕ່ບໍ່ມີທີຢູ່ມັນກໍ່ບໍ່ມີຄວາມໝາຍປະການໃດໃນຕໍ່ໜ້າຂໍຈົ່ງຊ່ວຍກັນຄິດນຳກັນເຖີ້ນ...

Anonymous
Jan 08, 2012 12:13 PM

ສະບາຍດີ ບັນດາທ່ານທັງຫລາຍ ການພັດທະນາປະເທດຊາດໃຫ້ມີໜ້າ
ມີຕາຄືບ້ານເພິ່ນນັ້ນ ຂ້າພະເຈົ້າເຫັນດີນຳພັກ-ລັດ ແຕ່ຕ້ອງເບິ່ງວ່າ
ການພັດທະນານັ້ນ ຈະບໍ່ກະທົບໃສ່ຈິດໃຈຂອງປະຊາຊົນບໍ?
ບໍ່ແມ່ນຈະເຫັນໄດ້ແຕ່ຄວາມສີວິໄລຈະເລີນຮຸ່ງເຮືອງຂອງປະເທດຊາດ
ຕົວຢ່າງ ບຶງທາດຫລວງ ຊຶ່ງເປັນບຶງທີ່ເກົ່າແກ່ທີ່ສຸດຂອງວຽງຈັນ
ຂ້າພະເຈົ້າວ່າຄວນອະນຸລັກໄວ້ເປັນບ່ອນເກັບນ້ຳທຳມະຊາດຈະດີກວ່າ