ຫົວໜ້າຊາວຄຣິສຕຽນ ຖືກຂັງ

ເຈົ້າໜ້າທີ່ ລາວ ໃນທ້ອງຖິ່ນ ກັກຂັງ ຫົວຫນ້າ ຄຣິສຕຽນ ໃນຫມູ່ບ້ານ ຍ້ອນວ່າບໍ່ຍອມ ປະລະ ການເຊຶ່ອຖື.

ຄຸ້ມໝູ່ບ້ານ ທີ່ຫົວໜ້າ ຊາວຄຣິສຕຽນ ຖືກທາງການ ທ້ອງຖິ່ນບັງຄັບ ໃຫ້ອອກຈາກ ໝູ່ບ້ານ
ຄຸ້ມໝູ່ບ້ານ ທີ່ຫົວໜ້າ ຊາວຄຣິສຕຽນ ຖືກທາງການ ທ້ອງຖິ່ນບັງຄັບ ໃຫ້ອອກຈາກ ໝູ່ບ້ານ (Bosnewslife)

0:00 / 0:00

ຫນັງສືພິມ BosNewsLife ສະບັບວັນທີ 22 ສິງຫາ 2012 ຣາຍງານວ່າ ຫົວຫນ້າໂບດ ຄຣິສຕຽນ ປະຈຳຫມູ່ບ້ານ ໃນເຂດພາກກາງ ຂອງລາວ ຖືກກັກຂັງ ໃນວັນ ດຽວກັນນີ້ ຍ້ອນຜູ້ກ່ຽວ ບໍ່ຍອມປະລະ ການເຊຶ່ອຖື ສາສນາຄຣິສ. ອິງຕາມ ຄຳບອກເລົ່າ ຂອງຜູ້ທີ່ ສນັບສນູນລາວ ຕໍ່ຫນັງສືພິມ BosNewsLife.

ອົງການສິ້ງຊອມ ສິດທິທາງສາສນາ ໃນລາວ ທີ່ມີການພົວພັນ ອັນໃກ້ຊິດ ກັບຊາວຄຣິສຕຽນ ທ້ອງຖີ່ນ ແຈ້ງວ່າ ທ້າວ ບຸນເຖິງ ຫົວຫນ້າໂບດ ບ້ານຫນອງປົ່ງ ແຂວງ ບໍຣີຄຳໄຊ ຖືກຄວບຄຸມໂຕ ໃນມື້ວັນຈັນ ວັນທີ 20 ສິງຫາ ພາຍຫລັງທີ່ ເຈົ້າຫນ້າທີ່ ໃນທ້ອງຖິ່ນ ໄດ້ສັ່ງໃຫ້ລາວ ອອກຈາກໝູ່ບ້ານ.

ອົງການສິ້ງຊອມ ສິດທິທາງສາສນາ ບອກວ່າ ກ່ອນໜ້າທີ່ ຄົນລາວຄຣິສຕຽນ (ທ້າວ ບຸນເຖີງ ບໍ່ມີນາມສະກຸນ) ຈະຖືກກັກຂັງນັ້ນ ທາງເຈົ້າຫນ້າທີ່ ທ້ອງຖີ່ນ ໃຫ້ເວລາລາວ 1 ອາທິດ ໃນການຂາຍບ້ານເຮືອນ ແລະ ຊັພສິນອຶ່ນໆ ທີ່ລາວມີ ບໍ່ດັ່ງນັ້ນ ເຈົ້າຫນ້າທີ່ ຈະຍຶດເອົາ ແຕ່ຈົນຮອດ ປັດຈຸບັນ ຍັງບໍ່ເປັນ ທີ່ຈະແຈ້ງວ່າ ເຈົ້າຫນ້າທີ່ ທ້ອງຖິ່ນ ໄດ້ຍຶດເຮືອນ ຂອງລາວ ແລ້ວຫລືຍັງ ພາຍຫລັງທີ່ ລາວຖືກຈັບ. ເທົ່າທີ່ຮູ້ໄດ້ ກໍຍັງບໍ່ມີ ກຳນົດ ວັນເວລາ ໃນການດຳເນີນ ຄະດີຂອງລາວເທຶ່ອ ແລະ ຍັງບໍ່ຮູ້ວ່າລາວ ຈະຖືກກັກຂັງ ອີກດົນປານໃດ.

ອົງການສິ້ງຊອມ ດ້ານສາສນາ ໃນລາວ ຍັງເວົ້າອີກວ່າ ຊາວຄຣິສຕຽນ ຄົນອຶ່ນໆ ອີກປະມານ 300 ຄົນ ໃນບ້ານຫນອງປົ່ງ ກໍຖືກບັງຄັບ ໃຫ້ປະລະ ການເຊຶ່ອຖື ສາສນາຄຣິສ ເຊັ່ນກັນ ເພື່ອແລກປ່ຽນກັບ ສິດທິ ໃນການອາສັຍ ຢູ່ໃນໝູ່ບ້ານ.