ກົດຟັງສຽງ
ປະຊາຊົນ ໃນເຂດ ເມືອງ ໄກສອນ ພົມວິຫານ ເມືອງພິນ ແລະ ເຊໂປນ ຈະໄດ້ຮັບ ການຊ່ວຍເຫລືອ ທາງດ້ານ ເທັກນິກ ຈາກ ທະນາຄານ ພັທນາ ເອເຊັຍ ເພື່ອສ້າງສາ ພັທນາ ໃຫ້ຈະເຣີນ ກ້າວໜ້າ ໄວຂື້ນ.
ທະນາຄານ ພັທນາ ເອເຊັຍ ຫລື ADB ໄດ້ໃຫ້ເງິນ ຊ່ວຍເຫລືອ ຫລາຍສິບລ້ານ ດອນລ່າ ສະຫະຣັຖ ເພື່ອສ້າງ ຖນົນ ເລກເກົ້າ ຊຶ່ງຖືກ ເອີ້ນວ່າ ຖນົນ ເສຖກິດ ຕາວັນຕົກ ຕາວັນອອກ ແລະ ກໍເປັນ ຖນົນທີ່ ເຊື່ອມຕໍ່ ໄທ ແລະ ວຽດນາມ. ຈຸດປະສົງ ຂອງ ການສ້າງ ຖນົນເສັ້ນ ດັ່ງກ່າວ ກໍແມ່ນ ເພື່ອສົ່ງເສີມ ການຄ້າ ການທ່ອງທ່ຽວ ແລະ ການ ຄົມມະນາຄົມ ຂົນສົ່ງ.
ທ່ານ ບຸນຈັນ ສິນທະວົງ ຮອງ ຣັຖມົນຕຣີ ກະຊວງ ໂຍທາ ແລະ ຂົນສົ່ງ ກ່າວວ່າ; ປັດຈຸບັນ ເສຖກິດ ຂອງ ສປປລາວ ກຳລັງ ຂຍາຍຕົວ; ຣັຖບານ ກຳລັງສ້າງ ໂຄງຮ່າງ ພື້ນຖານ ເປັນຕົ້ນ ຖນົນ ຫົນທາງ. ການຂຍາຍຕົວ ໄດ້ເຮັດໃຫ້ ຊີວິດ ການເປັນຢູ່ ຂອງ ປະຊາຊົນ ດີຂື້ນ; ແຕ່ການ ຂຍາຍຕົວນີ້ ຍັງບໍ່ ທົ່ວເຖິງ ຫລາຍບ້ານ ຫລາຍເມືອງ ຍັງບໍ່ທັນ ຂຍາຍຕົວ ໄວ ເທົ່າທີ່ຄວນ.
ໃນການໃຊ້ ການຊ່ວຍເຫລືອ ເທື່ອນີ້ ທະນາຄານ ພັທນາ ເອເຊັຍ ຢາກເນັ້ນໜັກ ໃຫ້ການ ຊ່ວຍເຫລືອ ແກ່ອຳນາດ ການປົກຄອງ ທ້ອງຖິ່ນ ໃຫ້ມີ ຄວາມສາມາດ ໃນການ ວາງແຜນ ແລະ ສ້າງສາ ພັທນາ ບ້ານເມືອງ. ນັບແຕ່ ຂົວມິຕພາບ ລາວ-ໄທ ແຫ່ງທີ່ສອງ ຖືກເປີດໃຊ້ ຢ່າງເປັນ ທາງການ ເປັນຕົ້ນມາ ການຄ້າ ການທ່ອງທ່ຽວ ແລະ ການຂົນສົ່ງ ຕາມຖນົນ ໝາຍເລກເກົ້າ ກໍເພິ້ມຂື້ນ. ໄທ ກໍສົ່ງ ສິນຄ້າ ໄປ ວຽດນາມ, ວຽດນາມ ກໍສົ່ງສິນຄ້າ ເຂົ້າ ລາວ ແລະ ໄປໄທ. ໃນຂນະດຽວກັນ ຊາວ ໄທ ກໍໄປ ທ່ອງທ່ຽວ ລາວ ແລະ ວຽດນາມ ຫລາຍຂື້ນ. ຊາວລາວ ໃນເຂດນັ້ນ ຈະສັງເກດ ເຫັນ ຣົດຂົນສົ່ງ ສິນຄ້າ ອອກໄປ ວຽດນາມ ມື້ລະ ຫລາຍສິບ ຄັນຣົດ.