ປະເທສລຸ່ມແມ່ນໍ້າຂອງ ຮ່ວມປະຊຸມ
2010.12.15
ກົດຟັງສຽງ
ເຈົ້າໜ້າທີ່ ທາງກາຣ ຣັຖບາລ ບັນດາປະເທສ ເຂຕລຸ່ມ ແມ່ນໍ້າຂອງ ອັນມີ ກັມພູຊາ ລາວ ພະມ້າ ໄທ ແລະ ວຽຕນາມ ພ້ອມດ້ວຍ ນັກວິຊາກາຣ ແລະ ພາຄສ່ວນ ທຸຣະກິຈ ກາຣຄ້າຈາກ ຍີ່ປຸ່ນ ຮວມເປັນ ທັງໝົດ ປະມານ 150 ຄົນ ເຂົ້າຮ່ວມ ກາຣປະຊຸມ ຊຶ່ງຈັດຂຶ້ນຢູ່ ກຸງໂຕກ໊ຽວ ໃນມື້ວັນອັງຄາຣ ນີ້ ເພື່ອຫາຣືດ້ານ ກາຣພັທນາ ໂຄງຮ່າງພື້ນຖານ ຕ່າງໆ ເປັນກາຣສົ່ງເສີມ ໃຫ້ມີຄວາມ ຮ່ວມມືຈາກ ພາຄສ່ວນ ເອກກະຊົນ ໃຫ້ຫລາຍກວ່າເກົ່າ.
ກາຣປະຊຸມ ເທື່ອນີ້ ເປັນກາຣ ປະຕິບັຕ ຕາມຂໍ້ຕົກລົງ ຂອງ ກອງປະຊຸມ ຢູ່ກຸງ ໂຕກຽວ ໃນເດືອນ ພຶສຈິກາ 2009 ຜ່ານມາ ເພື່ອໃຫ້ມີ ກາຣຣະດົມ ນັກທຸຣະກິຈ ກາຣຄ້າ ຈາກພາຄສ່ວນຕ່າງໆ ໄປລົງທຶນໃນ ຫລາຍໆດ້ານ ໂດຽສະເພາະ ທາງດ້ານ ທຸຣະກິຈ ກາຣທ່ອງທ່ຽວ ໃນບັນດາ ປະເທສເຂຕລຸ່ມ ແມ່ນ້ຳຂອງ ດັ່ງກ່າວນີ້.
ທ່ານ Hsashi Tokunaga ຮອງ ຣັຖມົນຕຣີ ກາຣຕ່າງ ປະເທສຍີ່ປຸ່ນ ໄດ້ໃຫ້ຄຳເຫັນ ຢູ່ ກອງປະຊຸມ ໃນຕອນໜຶ່ງວ່າ ຕລອດຣະຍະ ທີ່ຜ່ານມາ ທາງກາຣຍີ່ປຸ່ນ ໄດ້ໃຫ້ຄວາມ ຮ່ວມມື ກັບຫລາຍປະເທສ ໃນດ້ານພັທນາ ໂຄງຮ່າງ ພື້ນຖານຕ່າງໆ ເພື່ອໃຫ້ສົມດູນ ກັບບັນດາ ປະເທສ ສະມາຊິກ ອາຊ໊ຽນອື່ນໆ ຕລອດຮອດດ້ານ ກາຣພັທນາ ເທຄໂນໂລຈີ ແລະ ກາຣຜລິຕສິນຄ້າ ຫລາຍໆຢ່າງ ທີ່ມີຄຸນພາບ ແລະສາມາດ ສົ່ງອອກຂາຍ ຕ່າງປະເທສ ນຳດ້ວຍນັ້ນ.