ໃນໂອກາດວັນ ເຍົາວະຊົນສາກົນ
2012.08.13
ຜູ້ນຳ ສະຫະປະຊາຊາຕ ໃຫ້ຄຳເຫັນ ດັ່ງກ່າວ ເນື່ອງໃນວັນ ເຍົາວະຊົນ ສາກົລ ໃນມື້ວັນທີ່ 12 ສິງຫາ ນີ້ ຊຶ່ງທ່ານໄດ້ ເນັ້ນວ່າ ບັນດາໜຸ່ມນ້ອຍ ມີຫລາຍທີ່ສຸດ ໃນ ປັຈຈຸບັນ ນີ້ ແລະ ສ່ວນໃຫຍ່ ຈະພົບເຫັນ ຢູ່ໃນບັນດາ ປະເທສ ທີ່ກຳລັງ ມີກາຣພັທນາ ແລະ ທາງຣັຖບາລ ໃນແຕ່ລະ ປະເທສ ກໍຄວນຈະ ເອົາໃຈໃສ່ ເປັນພິເສດ ໃນກາຣ ຈັດເຂົ້າ ໃນໂຄງກາຣ ພັທນາ ຊັພຍາກອນ ມະນຸສ ໃນແຕ່ລະ ປະເທສ ນັ້ນໆ.
ທ່ານ ບານ ກີ-ມູນ ໄດ້ເນັ້ນວ່າ ບັນດາ ເຍົາວະຊົນ ໜຸ່ມນ້ອຍ ເປັນພລັງ ທີ່ສຳຄັນທີ່ສຸດ ເພາະເປັນພວກທີ່ ຫ້າວຫັນ ພ້ອມກັບ ມີຄວາມນຶກຄິດ ແລະ ຢາກສົ່ງເສີມ ໃຫ້ມີກາຣ ປ່ຽນແປງ ເພື່ອຜົລປະໂຍຊນ໌ ແລະ ອະນາຄົຕ ຂອງເຂົາເຈົ້າ.
ໃນຂນະດຽວກັນ ຍານາງ Irina Bokova ຜູ້ບໍຣິຫາຣ ອົງກາຣ ສົ່ງເສີມ ດ້ານວັທນາທັມ ວິທຍາສາຕ ແລະ ກາຣສຶກສາ ສະຫະປະຊາຊາຕ ຫລື UNESCO ກໍໄດ້ກ່າວຢ້ຳ ເພື່ອຮຽກຮ້ອງ ໃຫ້ທາງກາຣ ຂອງແຕ່ລະ ປະເທສ ໃຫ້ສົ່ງເສີມ ເຍົາວະຊົນ ໜຸ່ມນ້ອຍ ໃນທົ່ວໂລກ ໄດ້ມີໂອກາສຮ່ວມ ໃນໂຄງກາຣ ພິຈາຣະນາ ສ້າງສັງຄົມ ໃຫ້ຍືນຍົງ ແລະ ເຈຣີນກ້າວໜ້າ ຕໍ່ໆໄປ.