ສິດທິພື້ນຖານ ຂອງຄົນງານລາວ
2010.12.22
ກົດຟັງສຽງ
ອົງການ ແຮງງານສາກົນ ຫລື ILO ພຍາຍາມ ຢ່າງໜັກ ເພື່ອຊ່ວຍໃຫ້ ຄົນງງານລາວ ພາຍໃນ ແລະ ຕ່າງປະເທດ ໄດ້ຮັບສິດທິ ການປິ່ນປົວ ແລະ ຮັກສາສຸຂພາບ, ສິດທິ ເທົ່າທຽມກັນ ໃນຖານະ ເປັນມະນຸດ ແລະສິດທິ ເທົ່າທຽມ ລະຫ່ວາງ ເພດຊາຍ ກັບ ເພດຍິງ ຢູ່ໃນສັງຄົມ. ຕາມການເປີດເຜີຽ ຂອງເຈົ້າໜ້າທີ່ ກົມແຮງງານ ຂອງລາວ:
"ຕອນນີ້ ILO ພຍາຍາມ ສົ່ງເສີມສິດທິ ຂອງແມ່ຍິງ ກ່ຽວກັບ ເຂົາເອີ້ນວ່າ Domestic workers ທໍາງານ ວຽກໃນບ້ານເຮືອນ ສົ່ງເສີມສິດທິ ຂອງເຂົາເຈົ້າ ແລະ ກໍພຍາຍາມ ປົກປ້ອງສິດທິ ຂອງແມ່ຍິງ ຜູ້ທໍາງານ ບໍ່ໄດ້ຣັບ ການປົກປ້ອງ ຫຍັງຕ່າງໆ".
ທ່ານວ່າ ບັນຫາ ຄວາມບໍ່ເທົ່າທຽມ ກັນໃນສັງຄົມລາວ ນັ້ນ ກໍມີຢູ່ ແຕ່ບໍ່ຫລາຍ. ເຣື້ອງການ ກົດຂີ່ຂົ້ມເຫັງ ເພດຍິງນັ້ນ ຍັງມີຢູ່ພາຍ ໃນຄອບຄົວ ຊື່ງເພດຊາຍ ມັກຈະເອົາປຽບ ຜູ້ຍິງ. ທ່ານວ່າ ສິ່ງທີ່ເປັນຫ່ວງ ຫລາຍທີ່ສຸດ ແມ່ນການອອກໄປ ຫາວຽກເຮັດ ງານທໍາ ຂອງແມ່ຍິງລາວ ໃນຕ່າງປະເທດ ນັ້ນ ສ່ຽງຕໍ່ການ ຖືກຄຸກຄາມ ສ່ຽງຕໍ່ການ ລ່ວງລະເມີດ ທາງເພດ ທາງສັກສີ ແລະ ຄວາມເປັນມະນຸດ.
ຕໍ່ບັນຫານີ້ ທ່ານວ່າ ກົມແຮງງານ ຂອງລາວໄດ້ ປະສານງານ ກັບກະຊວງ ແຮງງານ ແລະ ການພັທນາສັງຄົມ ຂອງໄທ ໂດຍສອງຝ່າຍ ໄດ້ຕົກລົງກັນ ເຣື້ອງຂໍ້ກໍານົດ ແລະ ສິດທິ ພາຍໃຕ້ກົດໝາຍ ຄຸ້ມຄອງ ແຮງງານຕ່າງດ້າວ ທີ່ເປັນຄົນລາວ ຕາມກົດໝາຍໄທ ແລະ ລາວ.