ຊາວຕ່າງດ້າວ ໃນລາວແບບຜິດກົດໝາຍ
2010.11.22
ກົດຟັງສຽງ
ທາງກະຊວງ ແຮງງານ ແລະ ສວັສດີກາຣ ສັງຄົມ ໃຫ້ກາຣ ຄາດຄະເນວ່າ ມີຄົນຕ່າງດ້າວ ອາສັຍ ຢູ່ເມືອງລາວ ແບບຜິດກົດໝາຍ ບໍ່ຕໍ່າກວ່າ 200,000 ຄົນ ໃນປັຈຈຸບັນ ນີ້, ແລະ ອາຈຈະມີຫລາຍ ເພີ່ມຂຶ້ນເລື້ອຽໆ ຖ້າຫາກວ່າ ບໍ່ມີກາຣ ຄວບຄຸມ ຢ່າງເຂັ້ມງວດ.
ທ່ານຄໍາຂານ ພິນສະຫວັນ ຫົວໜ້າ ຄຸ້ມຄອງ ແຮງງານຕ່າງດ້າວ ໄດ້ຣາຍງານວ່າ ກາຣເຂົ້າມາ ອາສັຍ ຢູ່ເມືອງລາວ ຂອງ ຊາວຕ່າງດ້າວ ໃນຣະຍະ ທີ່ຜ່ານມາ ມີຫລາຍ ກໍຣະນີເຊັ່ນ: ເຂົ້າມາໃນ ຮູບແບບ ເປັນນັກ ທ່ອງທ່ຽວ ເຂົ້າມາຢາມ ຍາຕພີ່ນ້ອງ ເປັນແຮງງານ ໃນໂຄງກາຣ ຊ່ວຍເຫລືອລ້າ ຂອງຣັຖບາລ ເພື່ອນບ້ານ ໃກ້ຄຽງ ຫລືຕາມໂຄງກາຣ ລົງທຶນຕ່າງໆ ທັ້ງພາຍໃນ ແລະ ຕ່າງປະເທສ ຢ່າງຖືກຕ້ອງ ຕາມກົດໝາຍ, ແຕ່ຫລັງຈາກ ໂຄງກາຣ ສຸດສິ້ນລົງ ບັນດາ ແຮງງານຕ່າງໆ ກໍບໍ່ຍອມ ກັບຄືນບ້ານ ພ້ອມຍັງເຄື່ອນໄຫວ ຄ້າຂາຍ ທຳມາ ຫາກິນ ແລະ ປະກອບ ກາຣງານຕ່າງໆ ແບບຜິດກົດໝາຍ ໃນນະຄອນຫລວງ ວຽງຈັນ ແລະ ໃນທຸກໆແຂວງ ທົ່ວປະເທສລາວ.
ທ່ານຄໍາຂານ ໄດ້ແຈ້ງເພີ່ມວ່າ ຍັງມີຊາວ ຕ່າງດ້າວ ອີກຈຳນວນໜຶ່ງ ໃນເມື່ອໄດ້ ລັກລອບ ເຂົ້າເມືອງລາວ ແລ້ວນັ້ນ ກໍພາກັນ ແລ່ນວິ້ງເຕັ້ນ ເຮັດໜັງສື ດ້ວຍຮູບແບບ ແລກປ່ຽນ ຜົລປໂຍຊຕ່າງໆ ຫລືໃຫ້ເງິນ ສິນບົນ ແກ່ເຈົ້າໜ້າທີ່ ຝ່າຍລາວ ເຖິງຂັ້ນເວົ້າ ໄດ້ວ່າ ຫລາຍໆຄົນ ມີຮອດປື້ມ ສັມໂນຄົວ ຢ່າງຖືກຕ້ອງ ແລະ ເອກສາຣອື່ນໆ ທີ່ຢັ້ງຢືນ ຖານະວ່າ "ເປັນຄົນລາວ 100 ເປີຣ໌ເຊັນ" ທັ້ງໆທີ່ບໍ່ຮູ້ ພາສາລາວ ແມ້ແຕ່ໜ໊ອຍດຽວ!
ຕາມສະຖີຕິ ຂອງ ທາງກະຊວງ ດັ່ງກ່າວນີ້ ໃນປັຈຈຸບັນ ມີແຮງງານ ຕ່າງດ້າວ ເຮັດວຽກ ຢູ່ປະເທສລາວ ແບບບໍ່ຖືກຕ້ອງ ຕາມກົດໝາຍ ບໍ່ຫລຸດ 200,000 ຄົນ ແລະ ມີແນວໂນ້ມ ທີ່ຈະ ເພີ້ມທະວີ ຂຶ້ນຕື່ມອີກ ໃນຂັ້ນຕໍ່ໆໄປ ທີ່ເຮັດໃຫ້ ປະຊາຊົນລາວ ມີຄວາມຂ້ອງໃຈ ກ່ຽວກັບກາຣ ກວດກາ ແລະ ຄວບຄຸມ ຊາວຕ່າງປະເທສ ເຫລົ່ານັ້ນ.
ໃນຂນະ ດຽວກັນນີ້ ທ່ານຄໍາຂານ ກໍຍອມຮັບວ່າ ເປັນບັນຫາ ທີ່ລະອຽດອ່ອນ ໂດຽມີກາຣ ພົວພັນກັບ ຫລາຍຂແນງກາຣ ແຕ່ຣະດັບ ສູນກາງ ລົງຮອດ ຂັ້ນທ້ອງຖິ່ນ ທີ່ຕິດພັນ ກັບບັນຫາ "ປະຊາທິປະໄຕ ແລະ ສິທທິມະນຸສ" ສະນັ້ນ ຈຶ່ງມີກາຣ ຣະມັດຣະວັງ ເພື່ອບໍ່ໃຫ້ ມີຜົລກະທົບ ເຖິງສາຍກາຣ ພົວພັນ ແລະ ກາຣຮ່ວມມື ກັບບັນດາ ປະເທສ ເພື່ອນມິຕ ໃກ້ຄຽງ.