ຊາວລາວໃນຕ່າງປະເທດ ຮຽກຮ້ອງຕໍ່ພັກຣັດ

ຊາວລາວ ໃນຕ່າງປະເທດ ຮຽກຮ້ອງ ຕໍ່ກອງປະຊຸມໃຫຍ່ ພັກປະຊາຊົນ ປະຕິວັດລາວ.
ໂພໄຊສວັດ
2011.03.17

ກົດຟັງສຽງ

ອົງການຮ່ວມ ຊາວລາວ ແລະ ຊາວມົ້ງລາວ ໃນສະຫະຣັຖ ອະເມຣິກາ ໄດ້ຮຽກຮ້ອງ ຜ່ານທາງອົງການ ນາໆຊາດ ຂໍໃຫ້ ຣັຖບານລາວ ປ່ອຍນັກໂທດ ການເມືອງ, ນັກແພ່ຜາຍສາສນາ ແລະ ນັກໂທດ ຊາວອະເມຣິກັນ ຕໍ່ກອງປະຊຸມໃຫຍ່ ພັກປະຊາຊົນ ປະຕິວັດລາວ ຄັ້ງທີ 9. ນອກຈາກນີ້ ຍັງມີຄຳຮຽກຮ້ອງ ໃຫ້ຣັຖບານລາວ ຍຸຕິການ ອະນຸຍາດໃຫ້ ບໍລິສັດ ຂອງກອງທັບ ວຽດນາມ ຢຸດຕັດໄມ້ທຳລາຍປ່າ ໃນລາວ ແລະ ປ່ອຍຊາວມົ້ງລາວ ປະມານ 8,000 ຄົນ ທີ່ ໄດ້ຖືກບັງຄັບ ໃຫ້ກັບຄືນລາວ ຈາກໄທ ເມື່ອເດືອນ ທັນວາ 2009.

ທ່ານ Philip Smith ຜູ້ອຳນວຍການ ສູນວິໄຈ ນະໂຍບາຍ ສາທາຣະນະ ຈາກ ນະຄອນຫລວງ Washington DC ສະຫະຣັຖ ອະເມຣິກາ ເວົ້າວ່າທາງອົງການ ຂອງທ່ານ ມີຄວາມວິຕົກກັງວົນ ກ່ຽວກັບການ ຝ່າຝືນຢ່າງຕໍ່ເນື່ອງ ກ່ຽວກັບ ສິດທິມະນຸດ ໃນລາວ ແລະການຈັບຂັງ ນັກໂທດການເມືອງ ແລະ ນັກແພຜາຍ ສາສນາ ພ້ອມທັງ ຊາວມົ້ງລາວ ອົພຍົບ ອີກດ້ວຍ.

ທ່ານ ຄຳພົ້ວ ນາວະຣັງສີ ຈາກສະຖາບັນ ເພື່ອປະຊາທິປະໄຕ ໃນລາວ ກ່າວຜ່ານທາງ ອິນເຕີແນັດ ວ່າ ຣັຖບານລາວ ຄວນມີ ຄວາມໂປ່ງໃສ ເພື່ອໃຫ້ ປະຊາຊົນ ທີ່ບໍ່ມີສິດ ອຳນາດ ບໍ່ມີປາກສຽງ ແລະ ຜູ້ທີ່ໄດ້ຮັບ ຄວາມກົດດັນ ໄດ້ສາມາດ ໃຊ້ສິດ ໃຊ້ສຽງໄດ້.

ໃນເວລາດຽວກັນ ນັ້ນ ທ່ານ ບຸນທັນ ຣັດຕິຍາ ປະທານແນວຮ່ວມ ເພື່ອປະຊາທິປະໄຕ ໃນລາວ ກໍໄດ້ກ່າວວ່າ ທາງອົງການ ຂອງທ່ານ ກໍຮຽກຮ້ອງໃຫ້ ຣັຖບານລາວ ປ່ອຍຜູ້ນຳ ນັກສຶກສາລາວ, ຄຸນພໍ່ ວັນນາ ແລະ ນັກເຄື່ອນໄຫວ ທາງດ້ານການເມືອງ ອື່ນໆ ທີ່ຕ້ອງການໃຫ້ມີ ການປະຕິຮູບ ທາງດ້ານການເມືອງ ແລະສິດທິ ໃນການ ນັບຖືສາສນາ ໃນລາວ.

ທ່ານ Christy Lee ຜູ້ນຳຊາວມົ້ງລາວ ໃນສະຫະຣັຖ ກໍໄດ້ຮຽກຮ້ອງ ໃຫ້ທາງການລາວ ປ່ອຍນັກສຶກສາ ລາວ ທີ່ຖືກຈັບ ແລະ ປ່ອຍຊາວມົ້ງລາວ ອົພຍົບ ທີ່ຖືກບັງຄັບ ໃຫ້ກັບຄືນ ປະເທດ. ຄຳຮ້ອງຮຽນ ທັງໝົດນີ້ມາຈາກ ການຂໍຮ້ອງ 8 ຂໍ້ຂອງອົງການ ທີ່ບໍ່ສັງກັດ ຣັຖບານ, ທັງໝົດມີສູນກາງ ໃນສະຫະຣັຖ ອະເມຣິກາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
Mar 17, 2011 10:04 AM

How about caumanamo camp(Jail)