ໂຄງການຫົງສາລິກໄນທ໌ ຂາດການສໍາຣວດ
2012.06.07

ນັກວິຈັຍ ຊາວໄທ ທີ່ສືກສາ ໂຄງການ ໄຟຟ້າ ຫົງສາລິກໄນທ໌ ຂອງ ແຂວງ ໄຊຍະບູຣີ ກ່າວວ່າ ສິ່ງທີ່ໜ້າເປັນຫ່ວງ ທີ່ສຸດ ສໍາລັບ ໂຄງການນີ້ ກໍແມ່ນວ່າ ການສືກສາ ຜົນກະທົບ ຕໍ່ ສິ່ງແວດລ້ອມ ທີ່ບໍ່ຣະອຽດ. ເຊັ່່ນວ່າ ພາຍຫລັງ ຂັ້ນຕອນ ກໍ່ສ້າງແລ້ວ ກໍຍັງບໍ່ມີແຜນ ສໍາລັບ ຟື້ນຟູ ສິ່ງແວດລ້ອມ ທີ່ໄດ້ຮັບ ຜົນກະທົບ ຈາກໂຄງການ ເພື່ອໃຫ້ຢູ່ໃນ ສະພາບເດີມ ດັ່ງຍານາງ ໄດ້ກ່າວ:
"ໂຄງການເໝືອງ ຖ່ານຫີນລິກໄນທ໌ ຫົງສາ ນີ້ຍັງບໍ່ທັນ ໄດ້ມີໃຜ ເຮັດກ່ຽວກັບ ການສືກສາ ຜົນກະທົບ ສິ່ງແວດລ້ອມເລີຽ. ຂໍ້ມູນທີ່ໄດ້ ສືກສາ ຈາກແຜນການ ຈັດການ ສິ່ງແວດລ້ອມ ນີ້ບໍ່ໄດ້ ກ່າວເຖິງ ວ່າມັນສີ່ມີ ການຟື້ນຟູ ສິ່ງແວດລ້ອມ ຈາກ ການກໍ່ສ້າງ ເໝືອງແນວໃດ ອັນນີ້ ກໍຖືວ່າ ຈະເປັນຈຸດອ່ອນ ຂອງໂຄງການ ກໍ່ສ້າງ".
ຍານາງວ່າ ໂຄງການນີ້ ບໍ່ໄດ້ເປີດເຜີຽ ຂໍ້ມູນ ໃຫ້ປະຊາຊົນ ໃນທ້ອງຖິ່ນ ຮູ້ຢ່າງທົ່ວເຖິງ ໃນເຣື້ອງການ ໂຍກຍ້າຍ ປະຊາຊົນ ທີ່ໄດ້ຮັບ ຜົນກະທົບ ກໍບໍ່ແຈ້ງຂາວ ປະຊາຊົນ ບາງບ້ານ ບໍ່ຣູ້ລ່ວງໜ້າ ແລະ ບໍ່ໄດ້ຕຽມໂຕ ໂຍກຍ້າຍ ການໃຫ້ ຄ່າຊົດເຊີຽ ກໍບໍ່ເໝາະສົມ ການເຂົ້າຮ່ວມ ຂອງ ປະຊາຊົນ ໃນການ ຕັດສີນໃຈ ສ້າງໂຄງການນີ້ ບໍ່ກ້ວາງຂວາງ ທາງການລາວ ມີແຕ່ເວົ້າ ໃນສິ່ງທີ່ດີ ຂອງ ໂຄງການ ບໍ່ໄດ້ເວົ້າເຖິງ ຜົນກະທົບທີ່ ປະຊາຊົນ ໃນທ້ອງຖິ່ນ ຈະໄດ້ຮັບ ນັ້ນເລີຽ.
ລາຍງານ ໃນປີ 21010 ວ່າ ບໍຣິສັດໄຟຟ້າ ຫົງສາລິກໄນທ໌ ໄດ້ປຸກເຮືອນ ສໍາລັບ ປະຊາຊົນ ທີ່ໄດ້ຮັບ ຜົນກະທົບ ຈໍານວນ 400 ຄອບຄົວ ແລະ ຈໍານວນນື່ງ ກໍໄດ້ຍ້າຍໄປ ຢູ່ແລ້ວ ແລະ ໄດ້ຕັ້ງສູນ ປູກເບັ້ຽໄມ້ ໃຫ້ປະຊາຊົນ ທີ່ຖືກໂຍກຍ້າຍ ເປັນຜູ້ ບົວລະບັດ ຮັກສາ ເພື່ອຈະນໍາໄປ ປູກປ່າຄືນໃໝ່.
ນັກວິຈັຍ ຊາວໄທ ວ່າຍັງມີ ຜົນກະທົບ ຫລາຍຢ່າງ ທີ່ ບໍຣິສັດ ບໍ່ເປີດເຜີຽ ໃຫ້ປະຊາຊົນ ຮູ້ນໍາ ແລະ ເປັນຫ່ວງນໍາວ່າ ທາງ ບໍຣິສັດ ຈະປະຕິບັດ ຕາມພັນທະ ຂອງຕົນ ທີມີຕໍ່ ປະຊາຊົນລາວ ທ້ອງຖິ່ນ ຫລືບໍ່.