ຫົງສາລິກໄນທ໌ ຈະຊ່ອຍເສຖກິຈ
2012.11.13

ໂຄງການ ໂຮງໄຟຟ້າ ຖ່ານຫີນ ຫົງສາລິກໄນທ໌ ຈະສາມາດ ເພີ້ມຣາຍຮັບ ໃຫ້ກັບ ທ້ອງຖິ່ນໄດ້ ແລະ ຈະຊ່ອຍເພີ້ມວຽກເຮັດງານທໍາໃຫ້ແກ່ ປະຊາຊົນ ອີກ ຢ່າງຫລວງຫລາຍ, ອີງຕາມຄໍາເວົ້າ ຂອງທ່ານ ທອງສິງ ສໍລະສຸຂ, ເຈົ້າເມືອງເມືອງຫົງສາ.
”ສໍາລັບ ຕານ່າງຕິດຕັ້ງ ສິສົ່ງໄປໄທນິ່ເກາະ 1400 ເມກາວັດ ແລ້ວ ກໍສົ່ງໄປ ຫລວງພຣະບາງ ນີ້ ສະຖານີ ຫລວງພຣະບາງ ນີ້ 100 ເມກາວັດ. ເງິນພັທນາທ້ອງຖິ່ນ ນີ້ ປະມານ 2.8 ລ້ານດອນລາ ຕໍ່ປີ. ຂ້າພະເຈົ້າ ວ່າ ອັນນີ້ ແມ່ນປະສິດທິຜົລ ທາງດ້ານ ການຣາຍຮັບ ຈາກໂຮງງານ ນອກຈາກນັ້ນ ກໍມີປະສິດທິຜົລ ທາງດ້ານ ການສ້າງວຽກເຮັດງານທໍາ”.
ທ່ານກ່າວຕື່ມວ່າ ການກໍ່ສ້າງ ໂຮງໄຟຟ້າ ຫົງສາລິກໄນທ໌ ນັ້ນ ຈະນໍາການພັທນາ ຫລາຍໆດ້ານ ໃຫ້ ແກ່ຊາວເມືອງຫົງສາ. ທໍາອິດ ກໍແມ່ນ ໄຟຟ້າ, ຊຶ່ງທ່ານ ເວົ້າວ່າ ເມື່ອ 3 ປີ ກ່ອນ ມີປະຊາຊົນ 46 ສ່ວນຮ້ອຍ ເທົ່ານັ້ນ ທີ່ສາມາດ ເຂົ້າເຖິງ ໄຟຟ້າ. ແຕ່ປັຈຈຸບັນ ມີ 70 ສ່ວນຮ້ອ ທີ່ສາມາດ ໃຊ້ໄຟຟ້າ, ຊຶ່ງທ່ານ ເຊື່ອວ່າ ໃນອີກ 2 ປີ ໂຄງການດັ່ງກ່າວ ຈະສາມາດ ເຮັດໃຫ້ ປະຊາຊົນ ມີໄຟຟ້າ ໃຊ້ທັງໝົດ 100 ສ່ວນຮ້ອຍ.
ນອກຈາກນີ້, ເງິນພັທນາ ທ້ອງຖິ່ນ 2.8 ລ້ານດອນລາ ຕໍ່ປີ ຈະສາມາດ ສ້າງໂຄງຮ່າງພື້ນຖານ ພ້ອມກັບ ສໍານັກງານ ຕ່າງໆ ໃນເມືອງໃຫ້ທັນສມັຍໄດ້. ໂຄງການ ດັ່ງກ່າວ ຍັງຈະສ້າງໜ້າວຽກ ໃຫ້ກັບ ປະຊາຊົນໄດ້ ໂດຍຊາວເມືອງ 3 ແສນຄົນ ທີ່ປົກຕິແລ້ວ ເຮັດການກະສິກັມ ເປັນອາຊີບຫລັກ ຈະບໍ່ຕ້ອງ ອົພຍົບ ໄປຫາວຽກ ໃນຕົວເມືອງໃຫຍ່ໆ ໃນເວລາ ໝົດຣະດູ ການຜລິດ ອີກຕໍ່ໄປ. ຕັ້ງແຕ່ ເດືອນກັນຍາ ປີ 2012 ມີຊາວບ້ານ 4653 ຄົນແລ້ວ ທີ່ໄດ້ເຂົ້າເຮັດວຽກ ພາຍໃນ ພື້ນທີ່ ກໍ່ສ້າງແຫ່ງນີ້.
ເຖິງຢ່າງໃດ ກໍຕາມ, ທ່ານ ກ່າວ ສລຸບ ວ່າ ການມີໄຟຟ້າ ທີ່ພຽງພໍ ຈະເປັນປັຈຈັຍ ທີ່ເຮັດໃຫ້ ເມືອງຫົງສາ ສາມາດ ຂຍາຍອຸດສາຫະກັມ ອື່ນໆ ຕາມມາໄດ້ ທັ້ງທຸດສາຫະກັມ ທ່ອງທ່ຽວ, ຮວມທັງ ການສ້າງຕັ້ງ ໂຮງງານອຸດສາຫະກັມຕ່າງໆ ທີ່ຈະເຮັດໃຫ້ ເກີດການໝູນວຽນ ຂອງທຶນ ພາຍໃນແຂວງ ແລະ ວຽກເຮັດງານທໍາ ໃຫ້ແກ່ ປະຊາຊົນ.