ເຄືອຂ່າຍຊາວໄທໃຫ້ຣັຖ ເຜີຍເຣື່ອງເນັ່ງສາຍໄຟ
2012.11.16

ຫລັງຈາກ ຣັຖບານລາວ ໄດ້ ອະນຸມັດ ໃຫ້ມີການ ກໍ່ສ້າງ ເຂື່ອນ ໄຊຍະບູຣີ ຢ່າງເປັນ ທາງການ ໃນວັນທີ 7 ພຶສຈິກາ 2012 ແລະ ຄະນະຣັຖບານໄທ ກໍໄດ້ ອະນຸມັດ ງົບປະມານ ສ້າງ ສະຖານີ ຮັບສົ່ງ ກະແສ ໄຟຟ້າ ຈາກເຂື່ອນ ດັ່ງກ່າວ ໃນວັນທີ 13 ພຶສຈິກາ ກຸ່ມເຄືອຂ່າຍ ແມ່ນ້ຳຂອງ ຈາກ 8 ແຂວງ ຂອງໄທ ຊື່ງເປັນກຸ່ມ ຄັດຄ້ານ ໂຄງການ ເຂື່ອນ ໄຊຍະບູຣີ ມາແຕ່ຕົ້ນ ຈື່ງຕ້ອງການ ຢາກໃຫ້ ຣັຖບານ ເປີດເຜີຍຂໍ້ມູນ ກ່ຽວກັບ ການຖິດຕັ້ງ ສາຍສົ່ງ ຫຼືສ້າງ ສະຖານີ ຮັບສົ່ງ. ດັ່ງທ່ານ ຊານນະຣົງ ວົງລົງ ຕົວແທນ ຂອງກຸ່ມ ກ່າວວ່າ:
"ທີ່ເມືອງທ່າລີ້ ເມືອງ ທີ່ຈະມີການ ສ້າງສາຍສົ່ງ ມານີ້ ພວກຕົນໄປ ສອບຖາມ ຫລາຍຫມູ່ບ້ານແລ້ວ ເຂົາບອກວ່າ ເຂົາບໍ່ຮູ້ ຫຍັງເລີຍ ພວກຕົນ ຢາກຝາກ ຄຳເວົ້າ ໄປຫາ ຜູ້ມີອຳນາດວ່າ ຄວນຈະຫັດ ສົນໃຈ ໃນບັນຫາ ຊາວບ້ານແດ່ ທຸກຢ່າງ ຂື້ນຢູ່ກັບໄທ ແມ້ແຕ່ພີ່ນ້ອງ ວຽດນາມເອງ ຂເມນເອງ ເຂົາໄດ້ສົ່ງ ຫນັງສື ມາທວງຖາມ ຫລາຍຄັ້ງ ໃຫ້ຍົກເລີກ ການຊື້ໄຟຟ້າ ເພາະວ່າ ໄທ ໄດ້ຜົລ ປະໂຫຍດ ທຸກຢ່າງ ແຕ່ໃນທີ່ສຸດ ເຂົາກໍບໍ່ໄດ້ ຄຳຕອບເລີຍ".
ທ່ານວ່າ ໃນມື້ວັນທີ 15 ພຶສຈິກາ ປີ 2012 ຊາວບ້ານ ໄດ້ເຂົ້າໄປ ຍື່ນຫນັງສື ຮ້ອງຮຽນ ທາງການ ໃຫ້ເປີດເຜີຍ ຂໍ້ມູນດ່ັງກ່າວ ຕໍ່ເຈົ້າຫນ້າທີ່ ຄະນະ ກັມມະທິການ ທີ່ດີນ ຊັພຍາກອນ ທັມມະຊາດ ແລະ ສິ່ງແວດລ້ອມ ຂອງ ຣັຖບານໄທ ໂດຍຫວັງວ່າ ຈະໄດ້ຮັບ ຄວາມຮ່ວມມື ໃນການເປີດເຜີຍ ຂໍ້ມູນ ກ່ຽວກັບ ສາຍສົ່ງ.
ຕົວແທນເຄືອຂ່າຍ ຊາວບ້ານ ຍັງໄດ້ ເວົ້າຕື່ມວ່າ ຢາກໃຫ້ ຣັຖບານໄທ ຍົກເອົາ ບັນຫານີ້ ມາໂອ້ລົມກັນ ເປັນເຣື້ອງ ສຳຄັນ ຍ້ອນວ່າ ໂຄງການ ເຂື່ອນ ໄຊຍະບູຣີ ແລະ ໂຄງການສາຍສົ່ງ ຈະສົ່ງ ຜົລກະທົບ ຕໍ່ປະຊາຊົນ ທັງສອງຝັ່ງ ລາວ-ໄທ ແລະ ບັນດາ ປະເທດ ເພື່ອນບ້ານ.