ຕໍາຣວດລາວບໍ່ເຄີຍ ນອກກົດໝາຍ

ຫນ່ວຍງານ ຕໍາຣວດ ຮັກສາ ຄວາມປອດພັຍ ສປປລາວ ປະຕິເສດ ວ່າ ພວກຕົນ ບໍ່ໄດ້ໃຊ້ ອຳນາດ ເກີນຂອບເຂດ ຕໍ່ ປະຊາຊົນ.
ສິດນີ
2012.11.16
F-bad-cop ຮູປນີ້ ສົ່ງເຂົ້າມາ ໃນ Facebook ຂອງ RFA ແລະ ມີຂໍ້ຄວາມຕິດ ມາພ້ອມວ່າ: "ຊ່ວຍກັນແສ ຄວາມບໍ່ດີ ຂອງຕຳຣວດ ເມືອງ (ຂໍສງວນຊື່ໄວ້) ແດ່ເດິ ພີ່ນ້ອງ ດຽວນີ້ ປະຊາຊົນ ເດືອດຮ້ອນ ກັນຫມົດ ໂຈນໃນຄາບ ເຄຶ່ອງແບບ ລັດປົ້ນເອົາເລີຍ ຖ້າເປັນລົດ ເອກະສານ ບໍຖືກຕ້ອງ ກໍຕັ້ງລາຄາ ເອົາເລິຍ 100,000฿ ມີຕ່ໍລອງກັນ ໄດ້ອີກ ຫລຸດສຸດ ບໍເກີນ 40,000฿ ເງິນສ່ວນນີ້ ໄປເຂົ້າຄັງໃສ ຢາກຮູ້". August 15 via mobile
Citizen-journalist

ເຈົ້າຫນ້າທີ່ ຈາກຫ້ອງການ ປ້ອງກັນ ຄວາມສງົບ ສປປລາວ ທ່ານນື່ງ ອອກມາ ຢືນຢັນວ່າ ທາງ ເຈົ້າໜ້າທີ່ ບໍ່ໄດ້ໃຊ້ ອຳນາດ ເກີນຂອບເຂດ ຕໍ່ ປະຊາຊົນ ດັ່ງທີ່ມີຄໍາ ວິພາກ ວິຈານ ໃນສັງຄົມລາວ ໄດ້ປະນາມ ຫຼືກ່າວຫາ ແຕ່ຢ່າງໃດ. ທ່ານກ່າວ ປະຕິເສດວ່າ:

"ບໍ່ມີດອກ ແນວນັ້ນ ເຮັດກໍເຮັດ ຕາມຣະບຽບ ຕາມກົດຫມາຍ ນັ້ນ ແຕ່ວ່າຊີ່ເຮັດ ນອກເຫນືອ ຈາກຣະບຽບ ຈາກກົດຫມາຍ ບໍ່ມີ ແບບວ່າ ບໍ່ເຄີຍມີ ປະຊາຊົນ ມາຮ້ອງຟ້ອງ ວ່າເຈົ້າຫນ້າທີ່ ໃຊ້ສິດ ເກີນຂອບເຂດ ຂົ່ມຂູ່ ປະຊາຊົນ ອັນນັ້ນອັນນີ້ ກໍບໍ່ມີ ຈັກເທື່ອ ຜູ້ອື່ນໃສ່ຮ້າຍ ເຈົ້າຫນ້າທີ່ ກໍມີ".

ທ່ານກ່າວ ຕໍ່ໄປວ່າ ຜ່ານມາ ໄດ້ມີຫາງສຽງ ຈາກ ປະຊາຊົນ ຂ້ອນຂ້າງຫລາຍ ຕິຕຽນ ກ່ຽວກັບ ການ ປະຕິບັດງານ ຂອງ ເຈົ້າຫນ້າທີ່ ຕຳຣວດ ແບບບໍ່ເໝາະ ສົມ ແຕ່ໃນບາງ ກໍຣະນີ ກໍປະຕິເສດ ບໍ່ໄດ້ ທີ່ເຈົ້າຫນ້າທີ່ ມີບັນຫາ ກັບປະຊາຊົນ ເນື່ອງຈາກ ຕ່າງຄົນ ຕ່າງມີຄວາມຄິດ ແຕ່ໃນຫລາຍ ກໍຣະນີ ເຈົ້າຫນ້າທີ່ ກໍປະຕິບັດ ຫນ້າທີ່ ຂອງຕົນ ຕາມກົດຫມາຍ ຢ່າງເຄັ່ງຄັດ ຈື່ງຢາກໃຫ້ ປະຊາຊົນ ເຂົ້າໃຈ ໃນເຣື້ອງນີ້.

ໃນຂະນະດຽວກັນ ຊາວລາວ ອີກຄົນນື່ງ ກັບເວົ້າວ່າ ເປັນຄວາມຈິງ ທີ່ເຈົ້າຫນ້າທີ່ ຕຳຣວດ ໃຊ້ອຳນາດ ເກີນຂອບເຂດ ຕໍ່ປະຊາຊົນ. ດັ່ງເລົາໄດ້ເວົ້າວ່າ:

"ສ່ວນຫລາຍ ບໍ່ມີຜູ້ຂຽນ ໄປດອກ ເພາະຂະເຈົ້າ ກໍບໍ່ກ້າຄືກັນ ເພາະວ່າມັນຈະມີ ກ້ອງວົງຈອນປິດ ຂະເຈົ້າ ກໍບໍ່ກ້າ ປ່ອນຄືກັນ ເຮົາກໍຄືກັນ ບໍ່ກ້າປ່ອນ ຄືກັນ ແຕ່ວ່າ ຄົນສ່ວນຫນ້ອຍ ທີ່ວ່າໄປຍື່ນ ກໍບໍ່ໄດ້ຮັບ ການແກ້ໄຂດອກ ເພາະວ່າຢ້ານ ຈະມີບັນຫາ ຕາມຫລັງ ຄືເຮົາຮູ້ ຫັ້ນແຫລະ".

ໃນທີ່ສຸດ ຊາວຄົນນັ້ນ ບອກວ່າ ການຮ້ອງຮຽນ ຂອງປະຊາຊົນ ກ່ຽວກັບ ການເຮັດວຽກ ຂອງ ເຈົ້າຫນ້າທີ່ຣັຖ ເທົ່າເຖິງ ປັດຈຸບັນ ຍັງບໍ່ມີ ຫນ່ວຍງານໃດ ອອກມາຊີ້ແຈງ ແກ່ປະຊາຊົນ ເທື່ອ ເຮັດໃຫ້ບັນຫາ ສ່ວນໃຫຍ່ ບໍ່ໄດ້ຮັບ ການແກ້ໄຂ ນອກຈາກນັ້ນ ກໍຍັງມີ ປະຊາຊົນ ບາງສ່ວນ ກໍບໍ່ກ້າອອກມາ ຮ້ອງຮຽນ ຖ້າມີບັນຫາ ເກີດຂື້ນ ເນື່ອງຈາກວ່າ ຢ້ານບັນຫາ ຕາມມາທີຫລັງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.