ນັກຮຽນຄວນຮຽນຮູ້ເຣື່ອງ HIV-AIDS
2012.10.24

ການຕິດເຊື້ອ HIV-AIDS ໃນລາວ ເຖິງຈະຢູ່ໃນອັຕຣາ 0 ຈຸດ 5 ເປີເຊັນ ຊຶ່ງຖືວ່າຍັງຕໍ່າ ແຕ່ຜູ້ຕິດເຊື້ອ ກໍມີແນວໂນ້ມ ເພີ່ມຂຶ້ນ ແລະກຸ່ມໄວຫນຸ່ມ ຈໍານວນນຶ່ງ ຍັງມີພຶຕຕິກັມ ທີ່ສ່ຽງໃນການ ຮ່ວມເພດສັມພັນ ທີ່ບໍ່ປອດພັຍ. ທ່ານ ກິນ້ອຍ ພົງເດດ ປະທານ ສະມາຄົມ ເພື່ອຜູ້ຕິດເຊື້ອ ໃນລາວ ຄິດວ່າ ຄວນເອົາບັນຫາ ເຊື້ອ HIV-AIDS ເຂົ້າໃນຫລັກສູດ ການຮຽນ-ການສອນ ຂອງ ໂຮງຮຽນ:
"ຄິດວ່າຖ້າມີ ຫລັກສູດ ກ່ຽວກັບ HIV-AIDS ໃນການຮຽນ-ການສອນ ມັນຈະປູກຝັງ ເດັກນ້ອຍ ໃຫ້ຂະເຈົ້າ ເພາະວ່າທຸກມື້ນີ້ ມີທ່າອ່ຽງຕິດເຊື້ອ ສູງຂຶ້ນ. ຖ້າເອົາຫລັກສູດ ເຂົ້າຢູ່ໂຮງຮຽນ ເດັກນ້ອຍຮຽນຮູ້ ຕັ້ງແຕ່ຕອນຮຽນວ່າ HIV ແມ່ນຫຍັງ? ຕິດແນວໃດ? ບໍ່ຕິດແນວໃດ? ເຮົາຈະປ້ອງກັນ ທຸກຄົນ ໃນອະນາຄົດ ກໍບອກວ່າຂ້ອຍ ເຂົ້າໃຈແລ້ວ".
ຫາກມີການສອນ ແບບນີ້ ມັນຈະຊ່ວຍ ຫລຸດຜ່ອນ ຜູ້ຈະຕິດເຊື້ອລົງໄດ້ ຮວມທັງເຣື່ອງການ ຈໍາແນກ-ລັງກຽດ ຜູ້ທີ່ຕິດເຊື້ອແລ້ວ. ທ່ານກ່າວ ຕໍ່ໄປວ່າ:
"ຖ້າເຮົາບໍ່ມີ ພຶຕິກັມ ລະເຮົາ ກໍບໍ່ຕິດມັນໄດ້ ນີ້ເຮົາຄິດວ່າ ຫລັກສູດການສອນ ນີ້ສໍາຄັນ ເຂົາເຈົ້າສາມາດ ທີ່ຈະເຂົ້າໃຈ ແລະ ສຶກສາໄປໄດ້ ຄົນເຫລົ່ານີ້ ໃນອະນາຄົດ ເຂົາຈະເປັນ ບຸຄລາກອນ ຂອງປະເທດ ຖ້າພວກເຂົາ ປອດພັຍຈາກ HIV ກໍຖືວ່າເຮົາມີ ບຸຄລາກອນ ທີ່ມີຄຸນນະພາບ ໃນອະນາຄົດ.
ມີຫລາຍຄົນເຊື່ອວ່າ ຍ້ອນອາຫານ ການກິນ ທີ່ຊ່ວຍໃຫ້ການ ຈະເຣີນພັນ ຂອງເດັກນ້ອຍ ເຕີບໃຫຍ່ໄວຂຶ້ນ ແລະບວກກັບ ສະພາບແວດລ້ອມ ໃນສັງຄົມທີ່ມີການ ໂຄສະນາ ແສງສີຕ່າງໆ ເຮັດໃຫ້ຄວາມ ຢາກຮູ້ຢາກເຫັນ ແລະຄວາມສົນໃຈ ກັບເພດກົງກັນຂ້າມ ໄວຫລາຍຂຶ້ນ ຈຶ່ງສົມຄວນ ໃຫ້ມີການຮຽນຮູ້ ແຕ່ນ້ອຍ ຈະເປັນການດີ.