ຢາເສພຕິດສາມຫຼ່ຽມຄໍາ ແພ່ຜາຍຢູ່ຜົ້ງສາລີ

ປະຊາຊົນ ໃນແຂວງ ຜົ້ງສາລີ ຈໍາພວກນຶ່ງ ມັກໄປຊື້ ເຮໂຣອິນ ຈາກ ສາມຫລ່ຽມຄໍາ.
ມະນີຈັນ
2012.02.16

ກົດຟັງສຽງ

ປັດຈຸບັນ ປະຊາຊົນ ໃນແຂວງ ຜົ້ງສາລີ ຈໍາພວກນຶ່ງ ທີ່ຢູ່ໃນ ຕົວເມືອງ ສືບເສພໃຊ້ ເຮໂຣອິນ ຢ່າງອຶກກະທຶກ ແລະ ມັກພາກັນໄປ ລັກຊື້ ເຮໂຣອິນ ນໍາພໍ່ຄ້າ ຕ່າງປະເທດ ຢູ່ຕາມເຂດ ສາມຫລ່ຽມຄໍາ. ຕາມການ ເປີດເຜີຍ ຂອງ ຮອງຫົວໜ້າ ຫ້ອງການ ຢາເສພຕິດ ປະຈໍາແຂວງ ຜົ້ງສາລີ. ທ່ານເວົ້າວ່າ:

"ສ່ວນຫລວງຫລາຍ ມັນສິມີມາ ທາງພຸ້ນ ທາງສາມຫລ່ຽມ ທອງຄໍາ ລາວ ຈີນ ພະມ່າ ຫັ້ນນະ ເຂົາກໍ ລັກລອບຂາຍ ຖືວ່າ ເຈົ້າໜ້າທີ່ເຮົາ ກໍປ້ອງກັນ ຢູ່ແລ້ວ ແຕ່ວ່າມັນ ສາມາດເລັດລອດ ອອກມາໄດ້ ຊື່ໆ".

ທ່ານເວົ້າ ຕໍ່ໄປວ່າ ນອກຈາກ ບໍຣິເວນ ສາມຫລ່ຽມຄໍາ ແລ້ວ ກໍມີຢູ່ຕາມ ແນວຊາຍແດນ ແຂວງ ຜົ້ງສາລີ ທີ່ຕິດກັບ ວຽດນາມ ທີ່ມີການ ລັກລອບ ຊື້ຂາຍ ເຮໂຣອິນ ແຕ່ບໍ່ຫລາຍ. ແຕ່ເຖິງຢ່າງໃດ ກໍຕາມ ມາຮອດ ປັຈຈຸບັນນີ້ ເຈົ້າໜ້າທີ່ ກໍຍັງບໍ່ທັນ ສາມາດຈັບ ຜູ້ເຮັດຜິດໄດ້ ເນື່ອງຈາກວ່າ ພວກເຂົາເຈົ້າ ຮູ້ທັນ ກ່ອນທີ່ ເຈົ້າໜ້າທີ່ ຈະໄປຈັບ.

ທ່ານວ່າ ພວກເສພໃຊ້ ເຮໂຣອິນ ສ່ວນຫລາຍ ແມ່ນກິນເອົາ ມີພຽງສ່ວນໜ້ອຍ ທີ່ສັກເຂົ້າ ໃນເສັ້ນເລືອດ. ພວກຕິດ ເຮໂຣອິນ ບາງພວກກໍມາ ບໍາບັດ ຢູ່ໂຮງໝໍ ແຕ່ກໍມີ ຫລາຍຄົນ ບໍ່ເຂົ້າມາ ບໍາບັດ ຊຶ່ງອາດເປັນ ຍ້ອນຍັງບໍ່ທັນ ຕິດ ຢ່າງຮຸນແຮງ.

ແຂວງ ຜົ້ງສາລີ ເປັນແຂວງນຶ່ງ ທີ່ຢາເສພຕິດ ແພ່ຣະບາດ ໂດຍສະເພາະ ແມ່ນເຮໂຣອິນ ທີ່ມີຄົນຫາຊື້ ນັບມື້ ນັບຫລາຍຂຶ້ນ ຍ້ອນຄົນ ບໍ່ມີວຽກເຮັດ ງານທໍາ. ເຖິງແມ່ນວ່າ ຈະມີການ ຮ່ວມມື ກັບປະເທດ ເພື່ອນບ້ານ ແຕ່ກໍຍັງ ບໍ່ທັນສາມາດ ຢັບຢັ້ງ ບັນຫານີ້ໄດ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
Feb 16, 2012 03:21 PM

ຢາເສບຕິດແຜ່ນ້ອຍຫລືຫລາຍ ກໍ່ເປັນຫນ້າທີ່ຂອງພວກມີອຳນາດປົກຄອງບ້ານເມືອງແກ້ໄຂບັນຫາ ບໍ່ແມ່ນຈະໂທດປະຊາຊົນຜູ້ບໍລິໂພກ ບໍ່ໄດ້ເພາະເຂົາບໍມີງົບປະມານ ປ້ອງກັນແລະແກ້ໄຂໄດໆທັງນັ້ນ.