ພຍາດປາກເປື່ອຍລົງເລັບ ຖືກກໍາຈັດ

ອົງການ ຊ່ອຍເຫລືອ ຝຣັ່ງເສດ ຊ່ອຍ 8 ແຂວງ ພາກເຫນືອ ຂອງລາວ ກຳຈັດ ພຍາດ ປາກເປື່ອຍ ລົງເລັບ.
ສິດນີ
2012.05.30
F-cow ງົວທີ່ກໍາລັງອ່ອນແຮງຈ່ອຍຜອມຍ້ອນຂາດອາຫານແລະເລີ້ມຕິດພຍາດ ປາກເປື່ອຍລົງເລັບ
RFA

ອົງການ ພຍາດຣະບາດ ສາກົນ ທີ່ມີສູນກາງ ຢູ່ປະເທດ ຝຣັ່ງເສດ ໄດ້ໃຫ້ການ ຊ່ອຍເຫລືອ 8 ແຂວງ ໃນພາກເຫນືອ ຂອງລາວ ເພື່ອກຳຈັດ ພຍາດ ປາກເປື່ອຍລົງເລັບ ໃນຝຸງສັດ ເຊັ່ນ ງົວຄວາຍ ດ້ວຍການ ມອບຢາວັກຊີນ ຕ້ານເຊື້ອໂຣຄ ດັ່ງກ່າວ ໃນແຕ່ລະແຂວງ ເນື່ອງຈາກສັດລ້ຽງ ໃນເຂດພາກເຫນືອ ສ່ວນໃຫຍ່ ມັກຕິດເຊື້ອໂຣຄ ດັ່ງກ່າວ ໃນຍາມ ຣະດູຝົນ. ດັ່ງເຈົ້າຫນ້າທີ່ ສັດລ້ຽງ ໃນແຂວງ ພາກເຫນືອ ເວົ້າວ່າ:

"ຖືວ່າ ຢາຫັ້ນແມ່ນທາງ OIE ເອົາໃຫ້ຊ່ອຍເຫລືອ ມາແລ້ວ 8 ແຂວງ ຈັດຕັ້ງປະຕິບັດ ເພາະວ່າ 8 ແຂວງ ທາງພາກເຫນືອ ມັນຊາຍແດນ ຈອດກັນ ໃນການເຄື່ອນຍ້າຍສັດ ໄປຫາສູ່ກັນ ແລ້ວ ເຮັດໃຫ້ ການຣະບາດ ຂອງພຍາດ ແພ່ໄປ ສະເພາະພຍາດ ປາກເປື່ອຍ ລັງເລັບ".

ທ່ານກ່າວ ຕໍ່ໄປວ່າ ທາງອົງການ ພຍາດ ຣະບາດສາກົນ ໄດ້ເປັນຜູ້ ມອບຢາສັກ ດັ່ງກ່າວ ໃຫ້ແກ່ ໂຄງການພັທນາ ຄຸນນະພາບ ຊິວິດ ໃນແຂວງພາກເຫນືອ ເພື່ອແຈກຢາຍ ໃຫ້ຂແນງລ້ຽງສັດ ຕາມແຂວງຕ່າງໆ ປະມານແຂວງ ລະ 45- 50 ພັນໂດສ ຊື່ງບາງແຂວງ ກໍໄດ້ຮັບ ການສນອງໄປແລ້ວ ແລະ ຍັງມີອີກບາງ ແຂວງ ກຳລັງລໍຖ້າຢູ່ ແຕ່ຈະໃຫ້ຄົບ ທັງຫມົດ 8 ແຂວງ ພາຍໃນ 6 ເດືອນ ຂ້າງຫນ້າ.

ເຖິງຢ່າງກໍຕາມ ທີ່ຜ່ານມາ ງົວຄວາຍ ຈາກແຂວງ ພາກເຫນືອຂອງລາວ ເປັນໂຣຄ ປາກເປື່ອຍລົງເລັບ ຫລາຍກວ່າພາກອື່ນໆ ຊື່ງໃນຣະຍະ 5 ປີ ຜ່ານມາ ມີງົວຄວາຍ ທີ່ແຂວງພາກເຫນືອ ລົ້ມຕາຍຍ້ອນ ໂຣຄດັ່ງກ່າວ ໄປແລ້ວຫລາຍພັນ ໂຕ ສ້າງຄວາມເດືອດຮ້ອນ ໃຫ້ແກ່ ຊາວກະສີກອນ ຜູ້ລ້ຽງສັດ ຢ່າງໃຫຍ່ຫຼວງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.