ສັນຍາວ່າຈ້າງຄົນງານ ຂາດປະສິດທິພາບ
2010.12.16
ກົດຟັງສຽງ
ໃນລະຍະ ຜ່ານມາ ສັນຍາຈ້າງ ແຮງງານ ລະຫ່ວາງ ນາຍຈ້າງ ກັບຄົນງານ ຢູ່ໃນແຂວງ ໄຊຍະບຸຣີ ບໍ່ຖືກ ປະຕິບັດ ໃຫ້ມີ ປະສິດທິພາບ ເທົ່າທີ່ຄວນ ດັ່ງເຫັນໄດ້ ໃນປັດຈຸບັນ ນີ້ ນາຍຈ້າງ ບໍ່ຈ່າຍເງິນ ຄ່າຈ້າງ ໃຫ້ຄົນງານ ຕາມທີ່ ກົດໝາຍ ແຮງງານ ກໍານົດໄວ້, ຄົນງານເຮັດວຽກ ໜັກເກີນ ຂອບເຂດ, ສະພາບການ ເຣັດວຽກຢູ່ ໃນຄວາມສ່ຽງຕໍ່ ອັນຕຣາຍ, ບາງກໍຣະນີ ນາຍຈ້າງຫລອກລວງ ຄົນງານ ເພື່ອການ ຄ້າມະນຸດ ກໍມີ. ທ່ານ ທອງສຸກ ໄຊຍະຣາດ ປະທານ ສະຫະພັນ ກັມມະບານ ແຂວງໄຊຍະບຸຣີ ກ່າວຕໍ່ນັກຂ່າວ ທາງການລາວວ່າ:
"ການເຂົ້າໄປ ມີບົດບາດ ເຂົ້າໃນການ ຜູກພັນສັນຍາ ກ່ຽວກັບ ການອອກແຮງງານ ຂອງ ກັມມະກອນ ລະຫ່ວາງ ຜູ້ໃຊ້ແຮງງານ ແລະ ຜູ້ອອກແຮງງານ ນີ້ ຍັງບໍ່ທັນໄດ້ ເຮັດຢ່າງເປັນ ຈຸດສຸມ ບັນຫາ ດັ່ງກ່າວນີ້ ຕ້ອງໄດ້ ເອົາໃຈໃສ່".
ທ່ານ ທອງສຸກ ວ່າການບໍ່ມີ ປະສິດທິພາບ ຂອງສັນຍາຈ້າງ ແຮງງານ ເຮັດໃຫ້ ຄົນງານ ບາງຈໍານວນ ຕ້ອງຍອມຮັບ ຄ່າຈ້າງຕາມ ທີ່ນາຍຈ້າງ ສະເໜີໃຫ້ ຍ້ອນຢາກ ມີວຽກເຮັດ ຫລືມີວຽກ ແລ້ວກໍຢ້ານ ຕົກວຽກ. ທ່ານວ່າ ຖ້າຫາກວ່າເກີດ ຂໍ້ຂັດແຍ້ງ ຂື້ນມາ ນາຍຈ້າງຕ້ອງ ຣັບຜິດຊອບ ແລະຊົດເຊີຽ ຄ່າເສັຽຫາຍ ໃຫ້ແກ່ຄົນງານ, ດັ່ງນັ້ນ ທາງກັມມະບານ ຕ້ອງເອົາໃຈໃສ່ ແລະ ແກ້ໄຂສັນຍາ ໃຫ້ມີ ປະສິດທິພາບດີຂື້ນ. ບັນຫາ ຝືກອົບຣົມ ຄົນງານ ກໍເປັນເຣື້ອງ ສໍາຄັນເຊັ່ນກັນ. ຫລາຍໂຮງງານ ບໍ່ທັນສາມາດ ຝືກອົບໂຮມ ຄົນງານ ເພື່ອໃຫ້ເຂົາເຈົ້າ ມີຝີມືດີ ຂື້ນ ແລະວ່າ ເຣື້ອງນີ້ ກັມມະບານ ຕ້ອງເອົາໃຈໃສ່ຕື່ມ:
"ອັນທີ່ພວກເຮົາ ຍັງເຫັນວ່າ ຍັງບໍ່ທັນ ເຮັດໄດ້ດີ ກໍແມ່ນກ່ຽວກັບ ການຝືກອົບຮົມ ຝີມືແຮງງານ ໃຫ້ກັບ ກັມມະກອນ ຢູ່ໃນບັນດາ ໂຮງຈັກໂຮງງານ ນີ້ ຍັງບໍ່ທັນມີ ຈຸດມຸ້ງໝາຍ ຂອງການ ພັທນາຝີມື ແຮງງານ ໄດ້ຢ່າງກ້ວາງຂວາງ".
ທ່ານ ທອງສຸກ ວ່າ ຄົນງານສ່ວນໃຫຍ່ ບໍ່ທັນເຂົ້າໃຈ ກົດໝາຍ ວ່າດ້ວຍການ ອອກແຮງງານ ແລະບົດບາດ ຂອງ ກັມມະບານ. ອັນນີ້ ກັມມະບານ ຕ້ອງໄດ້ອອກແຮງ ໂຄສະນາ ໃຫ້ຜູ້ອອກ ແຮງງງານ ເຂົ້າໃຈ ຢ່າງຄັກແນ່ ເພື່ອວ່າຕົນ ຈະບໍ່ຖືກ ເອົາລັດເອົາປຽບ.