ມ.ດັກຈຶ້ງຍັງຈະພັທນາ ເຂດເສຖກິຈສະເພາະ

ໂຄງການ ພັທນາເຂດ ເສຖກິດ ສະເພາະ ທີ່ ເມືອງດັກຈຶ້ງ ແຂວງ ເຊກອງ ຍັງຢູ່ໃນແຜນ ພຽງແຕ່ ຍັງລໍຖ້າ ການກໍ່ສ້າງ ປັບປຸງ ເສັ້ນທາງໃຫ້ ແລ້ວ.
ມະນີຈັນ
2012.09.27
F-Dakcheung-sekong ເສັ້ນທາງຈາກ ເມືອງດັກຈຶ້ງ ຫາແຂວງ ເຊກອງ ກໍາລັງບຸກເບີກ (ຮູປຖ່າຍເດືອນ ທັນວາ 2010)
Kham Ouan

ໂຄງການ ເຂດ ເສຖກິດ ສະເພາະ ໃນເມືອງ ດັກຈຶ້ງ ແຂວງເຊກອງ ທີ່ຈະພັທນາ ໃຫ້ເປັນແຫລ່ງ ການຄ້າ ແລະ ບໍຣິການ ມາຮອດ ດຽວນີ້ ກໍກໍາລັງ ສໍາຣວດ ກວດກາ ພື້ນທີ່ ແລະ ເຫັນວ່າເສັ້ນທາງ ຍັງບໍ່ໄດ້ຮັບ ການພັທນາ. ດ່ານຊາຍແດນ ລາວ-ວຽດນາມ ກໍຍັງບໍ່ໄດ້ ປັບປຸງໃຫ້ເປັນ ດ່ານສາກົນ ຈື່ງເປັນ ບັນຫາ ທີ່ຕ້ອງໄດ້ຮັບ ການແກ້ໄຂ ຄວບຄູ່ໄປກັບ ການດໍາເນີນ ໂຄງການ. ເຈົ້າໜ້າທີ່ ເມືອງດັກຈຶ້ງ ເວົ້າໃນວັນທີ່ 27 ກັນຍາ ນີ້ວ່າ:

"ຂະເຈົ້າສຶກສາ ແຜນເຣື່ອງ ແມ່ບົດຍູ່ ກໍານົດເຂດແລ້ວ ຢູ່ຊາຍແດນ ລາວ-ວຽດ ກໍມີກໍານົດ ເພາະວ່າ ດ່ານເຮົາຍັງເປັນ ດ່ານທ້ອງຖີ່ນຢູ່ ກໍຍັງຈະ ຍົກຣະດັບ ໃຫ້ເປັນ ດ່ານສາກົນ. ບັນຫາຂອງເຮົາ ກໍຍັງຄາຢູ່ແຕ່ ເສັ້ນທາງ ເຮົາຍັງບໍ່ທັນແລ້ວ ເສັ້ນທາງເຊື່ອມຕໍ່ ຢູ່ໃນຊ່ວງ ກໍາລັງກໍ່ສ້າງ ເພາະວ່າທາງແລ້ວ ມັນກໍຊີ່ ແລ້ວໄປນໍາກັນ ເພາະວ່າມັນກໍຍັງ ມີບັນຫາຣື່ອງ ເສັ້ນທາງ".

ທ່ານກ່າວ ຕໍ່ໄປວ່າ ໂຄງການ ເຂດເສຖກິດ ສະເພາະ ນີ້ ຈະເປັນສູນກາງ ການຄ້າ ຕລາດຊາຍແດນ ແລະ ຈະມີການສ້າງ ໂຮງງານ ນໍ້າມັນເຊື້ອເພີງ ເພື່ອ ສົ່ງເສີມ ການຄ້າຊາຍແດນ ລາວ-ວຽດນາມ ເພາະເສັ້ນທາງ ເມືອງດັກຈຶ້ງ ສາມາດເຊື່ອມຕໍ່ ໄປຍັງ ວຽດນາມໄດ້. ທາງການຄາດວ່າ ໂຄງການນີ້ ຈະຊ່ວຍໃຫ້ ເມືອງດັກຈຶ້ງ ຊຶ່ງເປັນເມືອງ ທີ່ທຸກຍາກ ໃຫ້ໄດ້ຮັບ ການພັທນາ ທັງທາງດ້ານ ຊຸມຊົນ ແລະ ທາງດ້ານເສຖກິດ ເພື່ອໃຫ້ ປະຊາຊົນ ໃນເມືອງນັ້ນ ຫລຸດພົ້ນ ຈາກ ຄວາມຍາກຈົນ.

"ກໍເຮັດໃຫ້ ຊີວິດ ການເປັນຢູ່ ຂອງປະຊາຊົນ ເຂດນັ້ນ ເຂດຊາຍແດນ ຮວມທັງແຂວງ ທັງເມືອງເຮົາ ເພາະວ່າພາຍຫລັງ ທີ່ເສັ້ນທາງ ແລ້ວ ໝາຍຄວາມວ່າ ການຄ້າມັນກໍເປັນ ທາງຜ່ານ ຂ້າເຈົ້າ ຈະນໍາໃຊ້ ເສັ້ນທາງຕົວນີ້ ຈາກເມືອງໄທ ມາທາງ ຈໍາປາສັກ ມາທາງເຊກອງ ແລະ ອອກໄປດານັງ ມັນຈະມີການ ທ່ອງທ່ຽວ ການຄ້າ ອີ່ຫຍັງຕ່າງໆ".

ເຈົ້າໜ້າທີ່ ສລຸບວ່າ ຈະມີຊາວບ້ານ ໄດ້ຮັບຜົນ ກະທົບ ຈາກໂຄງການ ທີ່ຈະກວມເອົາ ເນື້ອທີ່ນາ ສ່ວນນຶ່ງ ຂອງຊາວບ້ານ ຊຶ່ງ ຄ່າຊົດເຊີຍ ຄວາມເສັຽຫາຍ ແລະ ໂຍກຍ້າຍນັ້ນ ທາງໂຄງການ ໄດ້ຮັບ ອະນຸມັດ ງົບປະມານ ຈາກ ຣັຖບານລາວ ແລ້ວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.