ສົນທິສັນຍາເຂດແດນ ໃນອະນຸພູມີພາຄ

ເພື່ອເລັ່ງ ການພັທນາ ໃນເຂດ ອະນຸ ພູມີພາຄ ແມ່ນໍ້າຂອງ ປະເທດ ໃນພູມີພາຄ ຕ້ອງການ ສົນທິສັນຍາ ຂ້າມເຂດ ຊາຍແດນ.
ໂພໄຊສວັດ
2012.06.18
F-GSM-corridor ແຜນທີ່ ກຸ່ມປະເທດ ອະນຸພູມີພາຄ (GSM)
Thai-logistic

ເຖິງວ່າ ຈະມີການ ລົງທຶນ ອັນມະຫາສານ ທາງດ້ານ ໂຄງຮ່າງພື້ນຖານ ໃນເຂດ ອະນຸພູມີພາຄ ແມ່ນໍ້າຂອງ ແຕ່ຍັງຂາດ ມາຕການ ໃນການຮ່ວມມື ທີ່ຈໍາເປັນ ເຊັ່ນຂໍ້ຕົກລົງ ກ່ຽວກັບ ການຂົນສົ່ງ ຄົມມະນາຄົມ ຂ້າມເຂດ ຊາຍແດນ ຫລື CBTA ເພື່ອໃຫ້ ຄວາມສະດວກ ໃນການຂົນສົ່ງ ສິນຄ້າ ແລະ ຜູ້ຄົນ ຢ່າງມີເສຣີ. ອີງຕາມ ຜູ້ຊ່ຽວຊານ.

ທ່ານ Alfredo Perdiguero ນັກເສຖສາດ ຂອງ ທະນາຄານ ພັທນາເອເຊັຍ ກ່າວວ່າ ຍັງມີຂໍ້ຈໍາກັດກີດກັນ ການການຄ້າ ພໍສົມຄວນ ທັງຍັງບໍ່ມີ ການຂົນສົ່ງ ຄົມມະນາຄົມ ຂອງ ຜູ້ໂດຍສານ ຢ່າງເສຣີ ສໍາລັບ ປະເທດ ອະນຸພູມີພາກ ລຸ່ມແມ່ນໍ້າຂອງ.

ກ່າວໃນ ກອງປະຊຸມ ອາຊຽນ ກ່ຽວດ້ານ ການບໍຣິຫານ ຂ້າມເຂດຊາຍແດນ ລະຫວ່າງ ວັນທີ 13-14 ມິຖຸນາ 2012 ທ່ານ Perdiguero ກ່າວວ່າ ມີຄວາມຕ້ອງການ ປ່ຽນແປງ ໂຄງການ ໂຄງຮ່າງ ພື້ນຖານ ເຊັ່ນ ຖນົນຫົນທາງ ແລະ ຂົວ ເຂົ້າໄປຫາເຂດ ທີ່ມີການ ພັທນາ ການຂຍາຍໂຕ ທາງເສຖກິດ ແລະ ຈະເຮັດໄດ້ ໂດຍການ ບັງຄັບໃຊ້ ການຕົກລົງ ສົນທິສັນຍາ ຂ້າມເຂດແດນ ກ່ຽວກັບ ການຂົນສົ່ງ ຄົມມະນາຄົມ ເທົ່ານັ້ນ.

ປະທານ ສະຫະພັນ ອົງການ ຂົນສົ່ງອາຊຽນ ທ່ານ ສົມສັກ ວິເສດເຣືອງໂຣດ ກ່າວວ່າ ທີ່ຜ່ານມາ ບໍ່ເຄີຍມີ ສົນທິສັນຍາ ກ່ຽວກັບ ການຂົນສົ່ງ ຄົມມະນາຄົມ ຂ້າມເຂດ ຊາຍແດນ ໃນອາຊຽນ ຈະມີແຕ່ ກອບຂອງການ ຕົກລົງ ສອງຝ່າຍ ຫລືສາມຝ່າຍ ເທົ່ານັ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.