ຄວາມຜິດພາດຂອງ USA ເຣື່ອງສ້າງເຂື່ອນ

ຣັຖມົນຕຣີ ການຕ່າງ ປະເທດ Hillary Clinton ສະຫະຣັຖ ກ່າວເຕື່ອນ ປະເທດ ໃນເຂດ ລຸ່ມ ແມ່ນ້ຳຂອງ ວ່າ ໃຫ້ຖອດຖອນ ບົດຮຽນ ຈາກ ຄວາມຜິດພາດ ຂອງ ສະຫະຣັຖ ທີ່ໄດ້ສ້າງ ໂຄງການ ພື້ນຖານ ໃສ່ ແມ່ນ້ຳ.
ອະວາຣີ
2012.07.16
F-Clinton-in-laos ມາດາມ Clinton ຕອນຢ້ຽມຢາມ ສປປລາວ ໄດ້ມີການ ຕ້ອນຮັບ ຢ່າງສົມກຽຕ ຈາກບັນດາ ສັຕຕຣີລາວ ແລະບຸກຄົນ ສໍາຄັນຂອງ ທາງການລາວ.
epoch-times

ມາດາມ Clinton ກ່າວເຕື່ອນ ຫລັງຈາກ ສປປລາວ ປະກາດ ໂຈະ ການສ້າງເຂື່ອນ ໄຊຍະບຸຣີ ຊຶ່ງເປັນເຂື່ອນ ໃນ ແມ່ນ້ຳຂອງ ແຫ່ງທຳອິດ ໃນເຂດລຸ່ມ ແມ່ນ້ຳຂອງ. ມາດາມ Clinton ກ່າວວ່າ “ທ່ານຂໍເວົ້າ ຊື່ໆວ່າ ສະຫະຣັຖ ຕັດສິນໃຈ ຜິດພາດ ຢ່າງໜັກ ທີ່ໄດ້ສ້າງ ໂຄງຮ່າງ ພື້ນຖານ ໃສ່ ແມ່ນ້ຳ Mississippi. ສະຫະຣັຖ ມີບົດຮຽນ ທີ່ເຈັບແສບ ຈາກ ການກໍ່ສ້າງ ເຫລົ່ານັ້ນ. ມາດາມ Clinton ຄິດວ່າ ສະຫະຣັຖ ສາມາດ ໃຫ້ບົດຮຽນ ແລະ ການຊ່ວຍເຫລືອ ແກ່ປະເທດ ເຂດອ່າງ ແມ່ນ້ຳຂອງ ໄດ້ ເພື່ອຫລີກລ້ຽງ ຄວາມຜິດພາດ ທີ່ ສະຫະຣັຖ ໄດ້ປະສົບ ພົບພໍ້ມາ”.

ແມ່ນ້ຳ Mississippi ເປັນແມ່ນ້ຳໃຫຍ່ ໄຫລຜ່ານ ພາກກາງ ຂອງ ສະຫະຣັຖ ແຕ່ເໜືອ ຮອດໃຕ້ ແຕ່ຍ້ອນມີ ການສ້າງສາ ຫລາຍ ແມ່ນ້ຳນັ້ນ ໃນປັດຈຸບັນນີ້ ຕື້ນ ມີຫາດຊາຍ ພົ້ນ ຂື້ນມາ ແລະ ນ້ຳກໍໄຫລ ບໍ່ສະດວກ ຍາມຝົນຕົກ ຈື່ງເກີດ ນ້ຳຖ້ວມເລື້ອຍໆ.

ຣັຖມົນຕຣີ ການຕ່າງ ປະເທດ ສະຫະຣັຖ ໄດ້ຮຽກຮ້ອງ ໃຫ້ມີການ ສຶກສາສຳຣວດ ຄືນອີກ ເທື່ອນຶ່ງ ກ່ອນຈະສ້າງ ເຂື່ອນ ໄຊຍະບຸຣີ ແລະ ສະຫະຣັຖ ພ້ອມແລ້ວ ທີ່ຈະໃຫ້ ການ ຊ່ວຍເຫລືອ ໃນເຣື່ອງ ສຶກສາ ສຳຣວດ ດັ່ງກ່າວນັ້ນ.

ຣັຖມົນຕຣີ Clinton ກ່າວຕໍ່ ຣັຖມົນຕຣີ ການຕ່າງ ປະເທດ ໃນເຂດລຸ່ມ ແມ່ນ້ຳຂອງ ທີ່ປະເທດ ກຳພູຊາ ເມື່ອວັນສຸກ ຜ່ານມາວ່າ ເຂດອ່າງ ແມ່ນ້ຳຂອງ ເປັນສິ່ງ ມະຫັສຈັນ ຢ່າງນຶ່ງ ຂອງໂລກ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.