ບັນຫາຂອງຊາວລາວຄຣິສຕຽນ

ເຈົ້າໜ້າທີ່ວ່າ ການຂັດແຍ້ງ ຣະຫ່ວາງ ຊາວ ລາວຄຣິສຕຽນ ກັບ ຣັຖບານ ແມ່ນຍ້ອນ ຊາວຕ່າງຊາຕ.
ສົມເນ
2012.10.01

ການຂັດແຍ້ງ ທີ່ເກີດຂື້ນ ຣະຫ່ວາງ ຊາວລາວ ຄຣິສຕຽນ ກັບຣັຖບານ ສ່ວນຫລາຍ ແມ່ນເກີດຈາກ ພວກສອນສາສນາ ໄດ້ເຂົ້າມາ ເຜີຽແພ່ ໂຄສະນາ ໃຫ້ເຊື່ອຖື ສາສນາ ຂອງເຂົາເຈົ້າ ຊື່ງຖືວ່າ ຜິດກົດໝາຍ ຕາມທີ່ຣະບຸໄວ້ ໃນຣັຖທັມມະນູນ. ເຈົ້າໜ້າທີ່ ເວົ້າວ່າ ປະຊາຊົນ ສາມາດ ເຊື່ອຖື ສາສນາໃດ ກໍໄດ້ຕາມ ຄວາມພໍໃຈ ແຕ່ບໍ່ໃຫ້ ເຂົ້າມາ ໂຄສະນາ ຫລອກລວງ. ດັ່ງເຈົ້າໜ້າທີ່ ກ່ຽວກັບ ສາສນາ ກ່າວວ່າ:

"ແຕ່ມັນຜິດ ຢູ່ໃນນີ້ ແມ່ນຄົນ ຈໍານວນນື່ງ ໄປໂຄສະນາ ໃຫ້ຄົນເຂົ້າ ສາສນາ ຄຣິສຕຽນ ຖືວ່າໂຕນີ້ ມັນຜິດກັບ ກົດໝາຍ ໂຕນີ້ໄປໂຄສະນາ ໃຜເຂົ້າຄຣິສຕຽນ ຈະໄດ້ຮັບ ນະໂຍບາຍ ອັນນັ້ນ ຈະໄດ້ຮັບ ນະໂຍບາຍ ອັນນີ້ ໃນໂຕຈິງ ມັນບໍ່ມີ ອັນນັ້ນ ມັນເປັນການ ຕົວະ ຫລອກລວງ. ສະນັ້ນ ພວກເຮົາເຫັນ ບ່ອນໃດ ພວກເຮົາກໍຈັບ".

ທ່ານວ່າ ຊາວຕ່າງຊາຕ ທີ່ເຂົ້າມາເຜີຽແພ່ ສາສນາ ສ່ວນຫລາຍ ເຂົ້າມາແບບ ນັກທ່ອງທ່ຽວ ເຂົາເຈົ້າມັກໄປ ໂຄສະນາ ໃຫ້ປະຊາຊົນ ໃນເຂດຫ່າງໄກ ຕົວເມືອງໃຫ່ຽ ບ່ອນທີ່ ປະຊາຊົນ ຊັກຊວນໄດ້ງ່າຍ ດ້ວຍການ ເອົາເງິນຄໍາ ແລະ ສິ່ງຂອງ ຊ່ວຍເຫລືອໃຫ້ ທ່ານວ່າ ອັນນີ້ ມັນບໍ່ຖືກກັບ ກົດໝາຍ ຂອງລາວ.

ຊາວຄຣິສຕຽນ ໃນສປປລາວວ່າ  ສ່ວນຫລາຍ ພວກຕົນບໍ່ໄດ້ຮັບ ຄວາມສະດວກ ໃນການ ປະກອບ ພິທີ ທາງສາສນາ ເຂົາເຈົ້າວ່າ ການຈັດໂຮມ ຊຸມນຸມ ແຕ່ລະຄັ້ງຕ້ອງໄດ້ ຮັບ ອະນຸຍາດ ຈາກເຈົ້າໜ້າທີ່ ທ້ອງຖິ່ນ ແຕ່ກ່ອນຈະໄດ້ ຮັບອະນຸຍາດ ນັ້ນຕ້ອງໃຊ້ ເວລາດົນ ຫລືສ່ວນຫລາຍ ບໍ່ໄດ້ຮັບ ອະນຸຍາດ ເລີຽ. ດັ່ງນັ້ນ ໃນເວລາບຸນ ເທສການ ທາງສາສນາ ເຂົາເຈົ້າຈໍາເປັນ ຕ້ອງໄດ້ມາ ເຕົ້າໂຮມກັນ ເພື່ອທໍາພິທີ ໄຫ້ວພະເຈົ້າ ແຕ່ ເຈົ້າໜ້າທີ່ ເວົ້າວ່າການ ເປັນການໂຮມ ຊຸມນຸມ ທີ່ບໍ່ໄດ້ຮັບ ອະນຸຍາດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.