ວຽງຈັນຈະກາຍເປັນເມືອງ ຈີນແລະວຽດນາມ
2010.11.24
ກົດຟັງສຽງ
ໃນນະຄອນຫລວງ ວຽງຈັນ ປັດຈຸບັນນີ້ ມີຊາວຈີນ ແລະ ຊາວວຽດນາມ ຍ້າຍເຂົ້າມາ ອາໄສຢູ່ ເປັນຈໍານວນ ຫລວງຫລາຍ ຈົນແໜ້ນຫູ ແໜ້ນຕາ. ບາງຈໍານວນ ລັກເຂົ້າມາ ຫາເຮັດວຽກ, ບາງຈໍານວນ ປະກອບ ທຸຣະກິດ ສ່ວນຕົວ, ບາງຈໍານວນ ເຂົ້າມາຕາມ ໂຄງການ ສັມປະທານ ເຮັດໃຫ້ ປະຊາຊົນ ໃນນະຄອນຫລວງ ມີຄວາມ ບໍ່ພໍໃຈ ຍ້ອນວ່າ ຄົນໃນທ້ອງຖິ່ນ ທີ່ມີ ທືນຮອນນ້ອຍ ຫລືບໍ່ມີ ວິຊາອາຊີບ ບໍ່ສາມາດ ແຂ່ງຂັນກັບ ຊາວຕ່າງດ້າວ ຈໍານວນນີ້ໄດ້. ນາງ ສຸກ ຊາວ ນະຄອນຫລວງ ວຽງຈັນເລົ່າໃຫ້ ຟັງວ່າ ເທົ່າທີ່ລາວ ໄດ້ຍິນຈາກ ຊາວຈີນທີ່ ຢູ່ໄກ້ບ້ານ ເຂົາວ່າ ຣັຖບານຈີນ ໄດ້ເອົາເງິນ ຈໍານວນນື່ງ ໃຫ້ແກ່ຄອບຄົວ ຊາວຈີນ ທີ່ຍ້າຍເຂົ້າ ມາຢູ່ໃນລາວ ໂດຍມີການ ຕົກລົງ ໃຫ້ລາວ ຈັດສັນ ທີ່ຢູ່ໃຫ້:
"ໃຫ້ເຂົາຈັດສັນ ທີ່ຢູ່ໃໝ່ ແລະ ກໍໃຫ້ຄ່າ ຊົດເຊັຽ ໃຫ້ ຄົນຈີນຫລາຍ ເຈົ້າ 500 ຄອບຄົວ ບໍ່ທັນແນ່ໃຈ ຄືກັນວ່າ ແມ່ນມາຈາກ ໄສແທ້ ເພາະວ່າຄອບຄົວ ນື່ງບໍ່ແມ່ນໄດ້ ມີໜ້ອຍ ຄົນເນາະ".
ນອກຈາກນັ້ນ ກໍພົບວ່າ ມີຊາວວຽດນາມ ເຂົ້າມາໃນ ລາວຫລາຍຂື້ນ ຄືກັນ ໂດຍສະເພາະ ຊ່າງຝີມື ແຮງງານ ກັມມະກອນ ຄົນເຮັດວຽກ ຮັບໃຊ້ໃນເຮືອນ ຊ່າງເສີມສວຍ ເພາະວ່າ ຊາວວຽດນາມ ເຂົ້າ-ອອກ ເມືອງລາວ ໄດ້ຢ່າງ ສະດວກສະບາຍ ໂດຍບໍ່ຕ້ອງ ມີວີຊາ ຫລືຈໍານວນນື່ງ ກໍເຂົ້າມາ ແບບບໍ່ມີ ໜັງສືເດີນ ທາງເລີຽ.
ທ້າວ ສຸວັນ ຊາວຕ່າງແຂວງ ເວົ້າວ່າ ຍ້ອນ ຣັຖບານລາວ ໄປຕົກລົງກັບ ຣັຖບານຈີນ ແລະ ຣັຖບານ ວຽດນາມ ໃຫ້ເປີດຮັບຄົນ ຈາກປະເທດ ຂອງເຂົາເຈົ້າ ໃຫ້ເຂົ້າມາ ໃນລາວ ໃນເວລາ ໄດ້ຮັບການ ຊ່ວຍເຫລືອ ແລະ ການລົງທືນ ຈາກສອງປະເທດ ນີ້ເປັນຫລັກ.
ໃນແຕ່ລະປີ ການລົງທືນ ຂອງວຽດນາມ ແລະ ຈີນໃນລາວ ເພີ້ມຂື້ນເລື້ອຍໆ ຈີນແລະວຽດນາມ ຈໍາເປັນຕ້ອງ ນໍາເອົາຄົນ ຂອງເຂົາເຈົ້າ ເຂົ້າມາຕາມ ໂຄງການ ລົງທືນ ຕ່າງໆ ຂອງຕົນ.