ວັນເດັກນ້ອຍສາກົນ
2012.06.01
ຍ້ອນວ່າມື້ນີ້ ເປັນ ວັນເດັກນ້ອຍ ສາກົນ ຊາວລາວ ຜູ້ເປັນພໍ່ແມ່ ແລະ ຜູ້ປົກຄອງ ເດັກນ້ອຍ ຈຶ່ງຢາກໃຫ້ ເຈົ້າໜ້າທີ່ ຮັບຜິດຊອບ ແກ້ໄຂບັນຫາ ແລະ ພັທນາ ການສຶກສາ ໃຫ້ດີຂຶ້ນ ກວ່າເກົ່າ ແລະ ໃນເວລາດຽວກັນ ກໍຢາກໃຫ້ ປາບປາມ ແລະ ແກ້ໄຂ ບັນຫາ ຢາເສພຕິດ ທີ່ແຜ່ລະບາດ ຫລາຍໃນກຸ່ມ ເຍົາວະຊົນ ລາວ. ດັ່ງຊາວລາວ ແຂວງສາລະວັນ ຜູ້ນຶ່ງ ເວົ້າວ່າ:
"ປັບປຸງ ຢາກໃຫ້ລູກ ເຂົ້າໂຮງຮຽນ ຮຽນໜັງສື ສຶກສາ ໃຫ້ດີຂຶ້ນ ຕ້ອງການຢາກ ໃຫ້ມີຄົນມາຊ່ວຍ ຊ່ວຍເດັກນ້ອຍ ໃຫ້ມີກິຈກັມ ຕ່າງໆທີ່ດີໆ ມີກໍາລັງໃຈ ດ້ານການຮຽນ ສິ່ງແວດລ້ອມ ທີ່ບໍ່ດີມາ ຊັບຊ້ອນ ມີປາກົດການ ຫຍໍ້ທໍ້ ຂອງເດັກນ້ອຍ ຢູ່ບາງກຸ່ມ".
ນາງເວົ້າຕໍ່ໄປວ່າ ນອກຈາກ ຈະຊ່ວຍ ສນັບສນູນ ໃຫ້ເດັກນ້ອຍລາວ ໄດ້ຮຽນ ໜັງສືແລ້ວ ທາງພໍ່ແມ່ ຜູ້ປົກຄອງ ຍັງຢາກໃຫ້ ຊ່ວຍປູກ ຈິດສໍານຶກ ໃຫ້ເດັກນ້ອຍ ຮູ້ຈັກ ເຄົາຣົບນັບຖື ຜູ້ໃຫຍ່ ຜູ້ເຖົ້າ ຜູ້ແກ່ ແລະ ຮັກສາ ວັທນະທັມ ອັນດີງາມ ຂອງລາວ ຊຶ່ງເດັກນ້ອຍ ເຍົາວະຊົນ ໃນປັດຈຸບັນ ທີ່ນິຍົມ ວັທນະທັມ ຕ່າງຊາດ ບໍ່ຫົວຊາກັບ ວັທນະທັມ ຂອງລາວ ພໍຊໍ່າໃດ.
ສ່ວນຊາວລາວ ອີກຜູ້ນຶ່ງ ຈາກ ນະຄອນຫລວງ ວຽງຈັນ ກໍມີຄວາມ ເປັນຫ່ວງ ກັບບັນຫາ ຢາເສພຕິດ ທີ່ເຂົ້າມາ ພົວພັນກັບ ຊີວິດ ຂອງ ເຍົາວະຊົນລາວ ຫລາຍຂຶ້ນ ຈຶ່ງມີຄວາມ ເຫັນວ່າ:
"ສໄມນີ້ ອັນອື່ນ ກ໋ະຊິບໍ່ນັ້ນ ແຕ່ວ່າບັນຫາ ໃຫ້ເຂົາຫ່າງໄກ ຈາກຢາເສພຕິດ ດຽວນີຖ້າທຽບໃສ່ ກ່ອນໆພຸ້ນ ບັນຫາ ຢາເສພຕິດ ນີ້ພວກເດັກນ້ອຍ ຊາວໜຸ່ມວັຍຮຸ່ນ ອັນນີ້ ກໍມີປັດຈຸບັນ ດຽວນີ້ ບັນຫາ ສິ່ງເຫລົ່ານີ ກໍໄດ້ເຂົ້າມາ ທໍາລາຍ".
ຄົນລາວ ສ່ວນໃຫຍ່ ເຫັນວ່າ ບັນຫາ ການສຶກສາ ແລະ ຢາເສພຕິດ ເປັນບັນຫາ ຫລັກ ທີ່ເຮັດໃຫ້ ເຍົາວະຊົນ ລາວເຕີບໃຫຍ່ ໃນສະພາບ ບໍ່ດີ ດັ່ງນັ້ນຫາກ ຫວັງວ່າ ຈະໃຫ້ ລາວ ພັທນາ ແລະ ກ້າວໜ້າໄປ ຢ່າງປົກກະຕິ ໃນອະນາຄົດ ຄວນຊ່ວຍເຫລືອ ໃຫ້ເດັກນ້ອຍ ເຍົາວະຊົນ ໄດ້ມີວິຊາ ຄວາມຮູ້ທີ່ດີ ແລະ ໃຫ້ພວກ ຂະເຈົ້າ ຫລີກລ້ຽງຈາກ ບັນຫາ ຢາເສພຕິດ ນີ້ກ່ອນ.