ເສຖກິດເອເຊັຍຊ່ອຍ ເສຖກິດໂລກໄດ້
2012.09.27
ຍານາງ ຍິ່ງລັກ ກ່າວປາໃສ ໃນເວທີ Asia Society ທີ່ນະຄອນ ນິວຍ໊ອກ ສະຫະຣັຖ ອະເມຣິກາ ໃນວັນພຸດ ຜ່ານມາ ວ່າ ພາກພື້ນ ເອເຊັຽ-ປາຊີຟິກ ເປັນກົງຈັກ ທີ່ສໍາຄັນ ໃນການຊຸກຍູ້ ເສຖກິດໂລກ ແຕ່ການ ປະເຊີນໜ້າກັນ ຣະຫວ່າງ ຈີນ ແລະ ຫລາຍປະເທດ ເພື່ອນບ້ານ ໃນການອ້າງ ກັມມະສິດ ໃນໝູ່ເກາະ ທີ່ບໍ່ລົງຮອຍ ກັນນັ້ນ ຕ້ອງຖືກ ແກ້ໄຂ ຢ່າງຮີບດ່ວນ.
ຈະບໍ່ໃຜປະສົບ ຄວາມສໍາເຣັດ ໃນການສົ່ງເສີມ ການພັທນາ ເສຖກິດ ແລະ ຄວາມມັ້ງຄັ້ງໄດ້ ຫາກຍັງມີຄວາມ ເຄັ່ງຕຶງ ໃນພູມີພາກ ນີ້ຢູ່. ຈີນ ກໍກໍາລັງ ມີຂໍ້ຂັດແຍ່ງ ກັບຍີ່ປຸ່ນ ໃນໝູ່ເກາະ ທະເລຈີນ ຕາເວັນອອກ ວຽດນາມ ແລະ ປະເທດອື່ນໆອີກ ກໍມີຂໍ້ຂັດແຍ່ງ ເຊັ່ນກັນ ໃນຂົງເຂດນັ້ນ.
ນາຍົກ ຣັຖມົນຕຣີ ໄທ ຍັງກ່າວອີກວ່າ ເສຖກິດໄທເອງ ກໍມີບັນຫາ ຫລັງເກີດເຫດການ ປະທ້ວງ ເມື່ອປີ 2010 ແຕ່ໄດ້ກັບມາມີ ສະເຖັຽຣະພາບ ຄືນແລ້ວ. ໃນການປາໃສ ເທື່ອນີ້ ຍານາງຍິ່ງລັກ ຍັງໄດ້ກ່າວເຖິງ ການເປີດກວ້າງ ຂອງພະມ້າ ຊຶ່ງເປັນການ ພັທນາ ໄປໃນທາງບວກ ສໍາລັບ ປະຊາຊົນ ພະມ້າ ແລະ ເສຖກິດ ໃນທົ່ວພາກພື້ນ.